
ເພື່ອເປັນການສະຫຼອງ ຄົບຮອບ 30 ປີ ທີ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຢູ່ຄຽງຄູ່ສັງຄົມລາວຕະຫຼອດມາ ແລະ ເພື່ອເປັນການຕອບແທນລູກຄ້າທີ່ໃຫ້ການສະໜັບສະໜູນສຸວັນນີດ້ວຍດີຕະຫຼອດມາ.
ທາງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ຈັດກິດຈະກໍາ "ຄົບຮອບ 30 ປີສຸວັນນີ ແຈກໂຊກ" ທີ່ລວມລາງວັນທັງໝົດຫຼາຍກວ່າ 231 ລາງວັນ ແລະ ລວມມູນຄ່າຫຼາຍກວ່າ 120,000,000 ກີບ ພຽງແຕ່ຊື້ສິນຄ້າ ທຸກປະເພດ ທີ່ ສຸວັນນີໂຮມເຊັນເຕີ ທຸກສາຂາ ຄົບທຸກ 250,000ກີບ ຮັບຄູປ່ອງລຸ້ນໂຊກ 1 ໃບ (ຊື້ທີ່ສາຂາໃດ ມີສິດລຸ້ນໂຊກທີ່ສາຂານັ້ນ). ເຊິ່ງໄດ້ທໍາການຈັບສະຫຼາກດັ່ງນີ້:
- ສາຂາ ໂພນຕ້ອງ ວັນທີ 08/07/2018 ທີ່ ສາຂາ ໂພນຕ້ອງ
- ສາຂາ ສີໄຄ ວັນທີ 08/07/2018 ທີ່ ສາຂາ ສີໄຄ
- ສາຂາ ໂຊກໃຫຍ່ ວັນທີ 08/07/2018 ທີ່ ສາຂາ ໂຊກໃຫຍ່
- ສາຂາ ປາກຊັນ ວັນທີ 07/07/2018 ທີ່ ສາຂາ ປາກຊັນ
- ສາຂາ ປາກເຊ ວັນທີ 07/07/2018 ທີ່ ສາຂາ ປາກເຊ
(ພາບສ່ວນໜຶ່ງຂອງຜູ່ໂຊກດີ)