ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ມອບເຄື່ອງບໍລິໂພກໃຫ້ແກ່ຄອບຄົວທີ່ປະສົບເຫດອັກຄີໄພ
01-01-1970
1904,
ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ວັນທີ 15/09/2016 ທີ່ຜ່ານມາ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ມອບເຄື່ອງບໍລິໂພກໃຫ້ແກ່ຄອບຄົວທີ່ປະສົບເຫດອັກຄີໄພທີ່ ບ້ານ ໂພສີ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ເຊິ່ງເກີດຂື້ນໃນວັນທີ 02/09/2016 ທີ່ຜ່ານມາ ໂດຍລວມທັງໝົດຈໍານວນ 4 ຄອບຄົວທີ່ໄດ້ຮັບຜົນກະທົບໃນຄັ້ງນີ້. ມອບໂດຍ ທ່ານ ອິນທິລາດ ທຳມະວົງ (MA ຝ່າຍບຸກຄົນ) ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ແລະ ຕາງໜ້າຮັບໂດຍ ທ່ານນາງ ບຸນນ້າ ພົມມະຈັນ ນາຍບ້ານ ນ້ານໂພສີ ພ້ອມດ້ວຍຄອບຄົວ ໄດ້ຮັບຜົນກະທົບ.
ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຈະຢູ່ຄຽງຂ້າງສັງຄົມລາວ ຕະຫຼອດໄປ .
ສຸວັນນີ ໂຮມເຊັນເຕີ ຈິນຕະນາການທີ່ເປັນໄປໄດ້.
ຂ່າວສານແນະນໍາ
ຂ່າວສານອື່ນໆ