.png)
ວັນທີ 17 ມີຖຸນາ ປີ 2018 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ມີເປີດສາຂາໃໝ່ຄື: ສາຂາ ປາກເຊ ເຊິ່ງເປັນສາຂາທີ່ 5 ຈາກເດີມມີຢູ່ 4 ສາຂາຄື: ສາຂາໂພນຕ້ອງ, ສາຂາສີໄຄ, ສາຂາ ໂຊກໃຫຍ່ ແລະ ສາຂາ ປາກຊັນ. ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ: ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາ ຄະນະບໍລິຫານງານສູນກາງພັກ ທ່ານ ປອ ບຸນຖອງ ດີວິໄຊ ເຈົ້າແຂວງ ແຂວງ ຈໍາປາສັກ ທ່ານ ສຸລິວັນ ສະຫວັດທະສິນ ເຈົ້າຄອງນະຄອນປາກເຊ ທ່ານ ອຸ່ນ ຫຼ້າສຸກັນ ປະທານສະພາບໍລິຫານ ບ/ສ ສ.ວ.ນ ໂຮມເຊັນເຕີ ມະຫາຊົນ ທ່ານ ວັດດານາ ສຸຄະບັນດິດ ຜູ່ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ທ່ານ ພິພົບ ວາດສະໜາອາຊາສະກຸນ ຮອງປະທານເຈົ້າໜ້າທີ່ ບໍລິຫານຝ່າຍພັດທະນາທຸລະກິດ ບ/ສ ສະຍາມ ໂກໂບເຮົ້າ ຈຳກັດ ມະຫາຊົນ ຕະຫຼອດທັງ ອຳນາດການປົກຄອງ ຂັ້ນແຂວງ, ຂັ້ນເມືອງ ຂັ້ນ ບ້ານ ຂອງ ແຂວງ ຈໍາປາສັກ ພ້ອມກັບ ແຂກຜູ້ກຽດ, ລູກຄ້າ ແລະ ຊື່ມວນຊົນ ທີ່ໄດ້ເຂົ້າຮ່ວມ. ທ່ານ ອຸ່ນ ຫຼ້າສຸກັນ ປະທານສະພາບໍລິຫານ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ຂື້ນກ່າວລາຍງານ ຈຸດປະສົງຂອງການຈັດງານໃນຄັ້ງນີ້ ແລະ ທ່ານ ປອ ບຸນຖອງ ດີວິໄຊ ເຈົ້າແຂວງ ແຂວງ ຈໍາປາສັກ ໄດ້ກ່າວໃຫ້ຄໍາຄິດ ຄໍາເຫັນ ໃນພິທີການເປີດງານຄັ້ງນີ້ ນອກຈາກນີ້, ຍັງມີການການມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ໂຮງຮຽນ ແລະ ສະຖາບັນຕ່າງໆ ຊຶ່ງປະກອບມີ: 1. ໂຮງຮຽນ ປະຖົມ ທ່າໄຮ່ 2. ໂຮງຮຽນ ປະຖົມ ບ້ານ ຈັດສັນ 3. ໂຮງຮຽນ ປະຖົມ ບ້ານ ກາງ 4. ກອງບັນຊາການປ້ອງກັນຄວາມສະຫງົບ ກຸ່ມ 5 ເມືອງ ປາກເຊ ຊື່ງລວມມູນຄ່າການຊ່ວຍເຫຼືອຄັ້ງນີ້ເປັນມູນຄ່າ: 20,404,000 ກີບ. ໃນງານ ຍັງມີກິດຈະກຳຕ່າງໆ ອິກຫຼາຍລາຍການເຊັ່ນ: ສິນຄ້ານາທີທອງ, ຫຼຸດລາຄາ, ແຈກຄຳ ທຸກໆ 2ຊົວໂມງ ແລະ ອື່ນໆ...