
ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ຈັດພິທີຈັບສະຫຼາກຊີງໂຊກຄືນກໍາໄລໃຫ້ລູກຄ້າທ້າຍປີ 2015, ເພື່ອເປັນການຄືນກໍາໄລໃຫ້ລູກຄ້າ ທີ່ມາໃຊ້ບໍລິການນໍາທາງບໍລິສັດຂອງພວກເຮົາດ້ວຍດີຕະຫຼອດມາ, ດັ່ງນັ້ນທາງ ບໍລິສັດ ຂອງພວກເຮົາຈິ່ງໄດ້ມີການແຈກໂຊກສົ່ງທ້າຍປີ 2015 ເຊິ່ງຂອງລາງວັນໃນການແຈກໂຊກຄັ້ງນີ້ມີ ທໍລະທັດສີ 32" ຈຳນວນ 100 ລາງວັນ, ລວມມູນຄ່າຫຼາຍກວ່າ 170 ລ້ານກີບ. ເຊີ່ງພີທີ ຈັບສະຫຼາກໄດ້ຈັດຂື້ນທີ່
- ສາຂາໂພນຕ້ອງ ວັນທີ 04/01/2016 ໄດ້ຮັບກຽດເຂົ້າຮ່ວມໃນການຈັດສະຫຼາກຄັ້ງນີ້ໂດຍ ທ່ານ ນາຍບ້ານ, ຮອງນາຍບ້ານ ບ້ານ ໂພນ
ຕ້ອງສະຫວາດ ແລະ ຄະນະປະທານບໍລິຫານ, ຜູ້ຈັດການ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ເຂົ້າຮ່ວມ.
- ສາຂາສີໄຄ ວັນທີ 05/01/2016 ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ນາຍບ້ານ, ຮອງນາຍບ້ານ ບ້ານ ໂພສີ ແລະ ຄະນະປະທານ
ບໍລິຫານ, ຜູ້ຈັດການ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ເຂົ້າຮ່ວມ.
- ສ່ວນລາຍຊື່ຜູ້ໂຊກດີ ແລະ ມື້ຮັບຂອງລາງວັນນັ້ນທາງບໍລິສັດພວກເຮົາຈະແຈ້ງໃຫ້ທ່ານຊາບໃນພາຍຫຼັງ. ດັ່ງນັ້ນໃຫ້ທ່ານຕິດຕາມຂໍ້ມູນຂ່າວສານຈາກຊ່ອງທາງດັ່ງນີ້:ທາງເວບໃຊ້ www.souvanny.la,ທາງ Facebook/SOUVANNY GROUP, ສັງສຶພິມ ລາວພັດທະນາ, ເສດຖະກິດການຄ້າ ແລະ ເສດຖະກິດສັງຄົມ.