
ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ທະນາຄານ ກຸງສີອະຍຸດທະຍາ
ຈັດກິດຈະກໍາວັນເດັກ ແບ່ງປັນຄວາມສຸກ ຕ້ອນຮັບວັນທີ 01 ມີຖຸນາ 2017
ວັນທີ 31 ພຶດສະພາ 2017 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ນໍາໂດຍ ທ່ານ ພັນໂນລາ ສຸຄະບັນດິດ ຮອງຜູ່ອໍານວຍການ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ທະນາຄານ ກຸງສີອະຍຸດທະຍາ ນໍາໂດຍ ທ່ານ ນາງ ເພັນພິດ ຕົງຍິ່ງສິຣິ ຜູ່ຈັດການສາຂານະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານທັງສອງພາກສ່ວນ ໄດ້ຮ່ວມມອບຄວາມສຸກໃຫ້ແກ່ນ້ອງໆນັກຮຽນຊັ້ນປະຖົມປີທີ 3 ຫາ 5 ຈາກ ໂຮງຮຽນປະຖົມ ຄົກເພີງ, ເມືອງ ປາກງື່ມ,ແຂວງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄູອາຈານລວມທັງໝົດ ຈໍານວນ 70 ຄົນ ເພື່ອເປັນການຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2017 ທີ່ຈະມາເຖິງນີ້ ໂດຍຜ່ານ "ໂຄງການ:ສ້າງຮອຍຍິ້ມດ້ວຍການແບ່ງປັນ"
ກິດຈະກໍາດັ່ງກ່າວແມ່ນໄດ້ຈັດຂື້ນຢູ່ທີ່ ສູນການຄ້າວຽງຈັນເຊັນເຕີ ໂດຍການນໍານ້ອງໆນັກຮຽນເຂົ້າຊົມຮູບເງົາເລື່ອງ “The Boss Baby” ພ້ອມດ້ວມພະນັກງານທັງສອງພາກສ່ວນ. ນອກຈາກນີ້, ຍັງມີການແຈກເຂົ້າໜົມ, ເຄື່ອງດື່ມ ເຊິ່ງເຮັດບັນຍາກາດເຕັມໄປດ້ວຍຮອຍຍິ້ມ ແລະ ຄວາມສຸກຈາກນ້ອງໆນັກຮຽນທີ່ເຂົ້າຮ່ວມກິດຈະກໍາໃນຄັ້ງນີ້ ສຸວັນນີ ໂຮມເຊັນເຕີ ຈະຢູ່ຄຽງຄູ່ສັງຄົມລາວຕະຫຼອດໄປ.
ສຸວັນນີ ໂຮມເຊັນເຕີ ຈິນຕະນາການທີ່ເປັນໄປໄດ້.