ສຸວັນນີ ຮ່ວມໃຈ ບໍລິຈາກເລືອດ ເພື່ອເປັນການສະຫຼອງຄົບຮອບ 30 ປີ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ.
01-01-1970 2253, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

        ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ຈັດກິດຈະກໍາຮ່ວມໃຈບໍລິຈາກເລືອດ, ເພື່ອເປັນການສະຫຼອງຄົບຮອບ 30 ປີ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ (1998-2018), ການບໍລິຈາກເລືອດໃນຄັ້ງນີ້ໄດ້ຈັດຂື້ນຢູ່ທີ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ (ສໍານັກງານໃຫຍ່ ໂພນຕ້ອງ) ແລະ ສາຂາ ສີໄຄ ເວລາ 08:00 ໂມງ. 

ນໍາພາໂດຍ ທ່ານ ວັດດານາ ສຸຄະບັນດິດ ຮອງປະທານສະພາບໍລິຫານ ແລະ ຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ.

ທ່ານ ພັນໂນລາ ສຸຄະບັນດິດ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ແລະ ທ່ານ ກົດສະດາ ສຸຄະບັນດິດ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ພ້ອມດ້ວຍ ພະນັກງານຂອງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ທຸກສາຂາ ທີ່ເຂົ້າຮ່ວມ. ການຈັດກິດຈະກໍາການບໍລິຈາກເລືອດທາງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ແມ່ນໄດ້ມີການຈັດຂື້ນຢູ່ເລືຶ້ອຍໆ ເພື່ອເປັນການການຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງເພື່ອນມະນຸດທີ່ມີຄວາມຈໍາເປັນຕ້ອງການນໍາໃຊ້ເລືອດ, ຜູ້ໃຫ້ດ້ວຍຄວາມສະໝັກໃຈທີ່ສະແດງໃຫ້ເຫັນເຖິງນໍ້າໃຈຄວາມສາມັກຄີຮັກແພງເຊິ່ງກັນແລະກັນ ເຊິ່ງພວກເຮົາຫວັງວ່າເລືອດທີ່ບໍລິຈາກໄປນັ້ນຈະມີປະໂຫຍດໃນເວລາຂາດແຄນເລືອດ ແລະ ເຫດສຸກເສີນຕ່າງໆໄດ້ເປັນຢ່າງດີ.

ສຸວັນນີໂຮມເຊັນເຕີ ຈະຢູ່ຄຽງຂ້າງສັງຄົມລາວຕະຫຼອດໄປ.

 

ຂ່າວສານອື່ນໆ