
ອີກໜຶ່ງບາດກ້າວອັນສຳຄັນ ຂອງບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ທີ່ໄດ້ເປີດການຊື້ ຂາຍຮຸ້ນກູ້ຄັ້ງທຳອິດ ຊຶ່ງມີມູນຄ່າຮຸ້ນກູ້ 3 ລ້ານໂດລາສະຫະລັດ ຫຼື ປະມານ 51,6 ຕື້ກີບ, ມູນຄ່າກຳນົດ 50 ພັນໂດລາສະຫະລັດ ຕໍ່ໜ່ວຍ, ອັດຕາດອກເບ້ຍ 7,50% ຕໍ່ປີ ແລະ ມີອາຍຸຮຸ້ນກູ້ 4 ປີ.
📊ໃນຕອນເຊົ້າຂອງວັນທີ 09 ມິຖຸນາ 2023 ໄດ້ຈັດພິທີເປີດການຊື້ ຂາຍຮຸ້ນກູ້ຄັ້ງທຳອິດ ຂອງບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໃນຕະຫຼາດຫຼັກຊັບລາວ ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 8 ຕຶກຕະຫຼາດຫຼັກຊັບລາວ. ພິທີໃນຄັ້ງນີ້ໄດ້ຮັບກຽດເຂົ້າຮ່ວມ ແລະ ເປັນສັກຄີພະຍານໂດຍ ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ. ພ້ອມກັນນັ້ນ, ກໍໄດ້ຮັບກຽດຂື້ນມີຄໍາເຫັນ ແລະ ເປີດພິທີ ໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອໍານວຍໃຫຍ່ຕະຫຼາດຫຼັກຊັບລາວ ແລະ ທ່ານ ສົມຈິດ ອິນທະມິດ ປະທານສະພາຜູ້ບໍລິຫານ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ. ນອກຈາກນີ້, ຍັງປະກອບມີຕ່າງໜ້າຈາກບັນດາກົມກອງທີ່ກ່ຽວຂ້ອງຂອງທະນາຄານແຫ່ງ ສປປ ລາວ, ອົງການຈັດຕັ້ງສາກົນ, ບໍລິສັດຫຼັກຊັບ,ບໍລິສັດກວດສອບພາຍນອກ, ບັນດາທະນາຄານທຸລະກິດ ແລະ ຫົວໜ່ວຍວິສະຫະກິດທີ່ມີທ່າແຮງໃນການລະດົມທຶນ, ແຂກທີ່ຮັບເຊີນ ແລະ ສື່ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
📊 ຈຸດປະສົງໃນການຈັດພິທີໃນຄັ້ງນີ້ແມ່ນເພື່ອໃຫ້ບັນດາຫົວໜ່ວຍວິສະຫະກິດ ແລະ ມວນຊົນໄດ້ຮັບຊາບຜົນສໍາເລັດໃນການລະດົມທຶນດ້ວຍການອອກຈໍາໜ່າຍຮຸ້ນກູ້ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບຂອງບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ພ້ອມນັ້ນ, ກໍ່ເພື່ອຊຸກຍູ້ ແລະ ສົ່ງເສີມການລົງທຶນ ແລະ ການລະດົມທຶນດ້ວຍການອອກຈໍາໜ່າຍຮຸ້ນກູ້ ແລະ ຈົດທະບຽນໃນ ຕະຫຼາດຫຼັກຊັບລາວກໍ່ຄືການພັດທະນາຕະຫຼາດຮຸ້ນກູ້ຂອງ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວໄປເທື່ອລະກ້າວ
📈 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ເປັນບໍລິສັດທີ່ດໍາເນີນທຸລະກິດ ຄ່ຽງຄູ່ກັບການເຕີບໃຫ່ຍຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງ ສປປ ລາວ ມາເປັນເວລາຍາວນານ ບໍລິສັດສ້າງຕັ້ງຂື້ນໃນປີ 1988 , ໄດ້ສະເໜີອອກຈໍາໜ່າຍຮຸ້ນເພີ່ມທືນໃຫ້ແກ່ມວນຊົນຄັ້ງທໍາອີດ (IPO) ຈຳນວນ 25 ລ້ານຮຸ້ນ ແລະ ໄດ້ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ໃນວັນທີ 11 ທັນວາ 2015 ດ້ວຍທຶນຈົດທະບຽນທັງໝົດ 330 ຕື້ກີບ ຊື່ງດໍາເນີນທຸລະກິດຈັດຈໍາໜ່າຍສິນຄ້າວັດສະດຸກໍ່ສ້າງ, ຕົບແຕ່ງເຮືອນ ແລະ ອາຄານແບບຄົບວົງຈອນ
📉 ອີງໃສ່ຄວາມຮຽກຮ້ອງຂອງທຸລະກີດໃນເງື່ອນໄຂໃໝ່ ແລະ ເພື່ອເສີມສ້າງຄວາມເຕີບໃຫ່ຍ, ເຂັ້ມແຂງ ແລະ ການພັດທະນາແບບຍືນຍົງຂອງທຸລະກີິດ, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ລະດົມທຶນດ້ວຍການອອກຈຳໜ່າຍຮຸ້ນກູ້ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວເປັນຄັ້ງທໍາອິດ ຊຶ່ງມີມູນຄ່າຮຸ້ນກູ້ 3 ລ້ານໂດລາສະຫະລັດ ຫຼື ປະມານ 51,6 ຕື້ກີບ, ມູນຄ່າກຳນົດ 50 ພັນໂດລາສະຫະລັດ ຕໍ່ໜ່ວຍ, ອັດຕາດອກເບ້ຍ 7,50% ຕໍ່ປີ ແລະ ມີອາຍຸຮຸ້ນກູ້ 4 ປີ. ຊຶ່ງພິທີເປີດການຊື້ ຂາຍຮຸ້ນກູ້ຄັ້ງທຳອີດ ໃນຄັ້ງນີ້ ແມ່ນເປັນຂີດໝາຍອັນສໍາຄັນ ຕໍ່ກັບ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ແລະ ຕະຫຼາດຫຼັກຊັບລາວ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຮຽກຮ້ອງຕ້ອງການ, ຄວາມເຊື່ອໜັ້ນ ແລະ ທ່າແຮງ ໃນການພັດທະນາຕະຫຼາດຮຸ້ນກູ້ຢູ່ ສປປ ລາວ. ພາຍໃນພິທີ, ບໍລິສັດ ສຸວັນນີ ໄດ້ລົງນາມເຊັນສັນຍາວ່າດ້ວຍການຈົດທະບຽນຮຸ້ນກູ້ຮ່ວມກັບຕະຫຼາດຫຼັກຊັບລາວ ແລະ ຍັງໄດ້ມີການຕັ້ງບູທຈາກບໍລິສັດຫຼັກຊັບ ເພື່ອເປີດບັນຊີຫຼັກຊັບ ແລະ ໃຫ້ຄຳປຶກສາແກ່ບໍລິສັດທີ່ສົນໃຈລະດົມທຶນຜ່ານຕະຫຼາດທຶນລາວພາຍໃນງານອີກດ້ວຍ
✅ ພິທີເປີດການຊື້ ຂາຍຮຸ້ນກູ້ ຂອງບໍລິສັດ ສຸວັນນີ ໃນຄັ້ງນີ້ ຖືເປັນນິມິດໝາຍອັນສຳຄັນ ແລະ ເປັນໃບໜ້າໃໝ່ໃຫ້ແກ່ ຕະຫຼາດທຶນລາວ ເນື່ອງຈາກ ບໍລິສັດ ສຸວັນນີ ເປັນບໍລິສັດທຳອິດທີ່ສຳເລັດການອອກຈຳໜ່າຍຮຸ້ນກູ້ໃນ ສປປ ລາວ ແລະ ເຂົ້າຈົດທະບຽນໃນ ຕະຫຼາດຫຼັກຊັບລາວ.
ສຸວັນນີ ໂຮມເຊັນເຕີ ຈິນຕະນາການທີ່ເປັນໄປໄດ້