ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ສານຝັນໃຫ້ນ້ອງໄດ້ຮຽນຕໍ່
01-01-1970 2940, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ໃນວັນທີ 03/10/2016 ທີ່ຜ່ານມາ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ຮ່ວມ ມອບທຶນສະໜັບສະໜູນການສຶກສາ ໃຫ້ແກ່ມູນນິທິສົ່ງເສີມການສຶກສາ (ອົງການຈັດຕັ້ງເພື່ອການກຸສົນ) ຈໍານວນ 5,000,000 ກີບ. ເພື່ອປະກອບສ່ວນເຂົ້າໃນການພັດທະນາການສຶກສາໃຫ້ໄດ້ຕາມຈຸດປະສົງຫຼັກຄື:​ ສົ່ງເສີມນັກຮຽນເກັ່ງ, ຊ່ວຍເຫຼືອຜູ້ທີ່ດ້ອຍໂອກາດເພື່ອໃຫ້ມີໂອກາດໄດ້ຮຽນ, ພັດທະນາຄູໃຫ້ໄດ້ມາດຕະຖານ ແລະ ສົມທົບທຶນສ້າງອາຄານຮຽນ ລວມທັງໝົດຈໍານວນ 7 ໂຮງຮຽນມັດທະຍົມຕອນປາຍໃນນະຄອນຫຼວງວຽງຈັນ. ພິທີການມອບແມ່ນໄດ້ຈັດຂຶ້ນຢູ່ທີ່ ສະໂມສອນໃຫຍ່ ໂຮງຮຽນມັດທະຍົມສົມບູນວຽງຈັນ. ມອບໂດຍ ທ່ານ ອິນທິລາດ ທຳມະວົງ (MA ຝ່າຍບຸກຄົນ) ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ.

ຂ່າວສານອື່ນໆ