ໂຄງການ “ສ້າງຮອຍຍິ້ມດ້ວຍການແບ່ງປັນ” ປີ 2
01-01-1970 2169, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

          ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ ຂົນສົ່ງ ສະດາທອງ ວັນທີ 17 ເດືອນ ທັນວາ 2017 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ລົງມອບເຄື່ອງບໍລິຈາກ ບັນເທົາທຸກ ປະເພດເຄື່ອງນຸ່ງຫົ່ມໃຫ້ແກ່ປະຊາຊົນ, ອຸປະກອນການຮຽນການສອນໃຫ້ແກ່ນັກຮຽນ ແລະ ຄູອາຈານ, ອາຫານແຫ້ງ ແລະ ຜ້າຫົ່ມ ຈໍານວນ 100 ຜືນ ໃຫ້ແກ່ ບ້ານ ນາດອກຄຸນ, ເມືອງ ແມດ, ແຂວງ ວຽງຈັນ ໜຶ່ງໃນບ້ານທີ່ທຸກຍາກ, ເພື່ອເປັນການບັນເທົາຄວາມທຸກໃຫ້ພໍ່ແມ່ພີ່ນ້ອງ ບ້ານ ນາດອກຄູນ ແລະ ນ້ອງໆນັກຮຽນ ໂຮງຮຽນ ປະຖົມ ນາດອກຄູນ ທີ່ກໍາລັງປະສົບກັບໄພໜາວ.

         ໃນການເດີນທາງໄປມອບເຄື່ອງຊ່ວຍເຫຼືອຄັ້ງນີ້ ນໍາພາໂດຍ ທ່ານ ກົດສະດາ ສຸຄະບັນດິດ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີມະຫາຊົນ ແລະ ມີປະຊົນຊົນທີ່ມາລໍຖ້າ ແລະ ໄດ້ຮັບເຄື່ອງຊ່ວຍເຫຼືອ ຈໍານວນ 55 ຫຼັງຄາເຮືອນ, 72 ຄອບຄົວ, 331 ຄົນ, ນັກຮຽນ 55 ຄົນ ເຊິ່ງຕາງໜ້າຮັບເຄື່ອງຊ່ວຍເຫຼືອໂດຍ ນາຍບ້ານ ແລະ ຄູອາຈານ.

ຂ່າວສານອື່ນໆ