ເຄື່ອງເຮັດນໍ້າອຸ່ນ ແລະ ເຄື່ອງເຮັດນໍ້າຮ້ອນ ຕ່າງກັນແນວໃດ?
05-05-2021
1253,
ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ເຄື່ອງເຮັດນໍ້າອຸ່ນ ແລະ ເຄື່ອງເຮັດນໍ້າຮ້ອນ ຕ່າງກັນແນວໃດ?
ໃນປະຈຸບັນ “ເຄື່ອງເຮັດນໍ້າອຸ່ນ ແລະ ເຄື່່ອງເຮັດນໍ້າຮ້ອນ” ບໍ່ໄດ້ມີໄວ້ໃຊ້ງານແຕ່ຊ່ວງລະດູໜາວ, ແຕ່ສາມາດໃຊ້ໄດ້ໃນທຸກສະພາບອາກາດ ທຸກລະດູການ ແລະ ກາຍເປັນເຄື່ອງໃຊ້ໄຟຟ້າທີ່ພົບເຫັນໄດ້ຕາມບ້ານເຮືອນໄປແລ້ວ
ແຕ່...ເຮັດແນວໃດຖ້າຢາກໄດ້ເຄື່ອງເຮັດນໍ້າອຸ່ນ - ນໍ້າຮ້ອນມາໄວ້ໃຊ້ງານ ແຕ່ຍັງຕັດສິນໃຈບໍ່ໄດ້ ມື້ນີ້ ສຸວັນນີ ໂຮມເຊັນເຕີ ມີເຄັດລັບດີໆມາແນະນໍາ
ເພາະເຊື່ອວ່າຫຼາຍຄົນຄືຈະສົງໃສວ່າ ເຄື່ອງເຮັດນ້ຳອຸ່ນ ແລະ ນ້ຳຮ້ອນຕ່າງກັນແນວໃດ ?
ສັງເກດງ່າຍໆ:
ເຄື່ອງເຮັດນ້ຳອຸ່ນ ຈະເປັນການເຮັດວຽກແບບ ລະບົບເປີດ
- ຕິດຕັ້ງເພື່ອໃຊ້ງານຈຸດໃດຈຸດໜຶ່ງເທົ່ານັ້ນ
- ຕິດຕັ້ງໄປທົ່ວໄປບໍ່ມີການວາງລະບົບທໍ່ນໍ້າ
- ຕໍ່ທໍ່ນໍ້າເຂົ້າກັບເຄື່ອງ ກໍ່ສາມາດໃຊ້ງານໄດ້ທັນທີ ຊຶ່ງສາມາດປັບອຸນນະພຸມໄດ້ຕາມຟັງຊັ່ນຂອງເຄື່ອງ
- ຕົວເຄື່ອງປັບອຸນຫະພູມມີນໍ້າອຸ່ນໄດ້ໄວທັນໃຈຕາມຄວາມຕ້ອງການ
ເຄື່ອງເຮັດນໍ້າຮ້ອນ: ເຮັດວຽກແບບ ລະບົບປິດ
- ຕິດຕັ້ງເພື່ອໃຊ້ງານໄດ້ເຄື່ອງລະຫຼາຍຈຸດ ບໍ່ວ່າຈະເປັນຝັກບົວ, ອ່າງລ້າງໜ້າ, ອ່າງລ້າງຈານ ແລະ ອື່ນໆ
- ຕ້ອງວາງລະບົບທໍ່ນໍ້າໄວ້ກ່ອນ ວ່າຈະແຍກໄປຈຸດໃດແດ່ ແລະ ຕ້ອງທີ່ທໍ່ທົນຄວາມຮ້ອນສະເພາະ (ຫ້າມໃຊ້ທໍ່ສີຟ້າ)
- ປັບອຸນນະພຸມຄວາມຮ້ອນໄດ້ ໂດຍການປະສົມນໍ້າເຢັນດ້ວຍກ໋ອກປະສົມ
- ຕົວເຄື່ອງສາມາດຕິຕັ້ງບ່ອນໃດກໍ່ໄດ້ ເພື່ອຄວາມສວຍງາມຫຼາຍກວ່າໃຫ້ຄວາມຮ້ອນຕໍ່ເນື່ອງ ແລະ ສະໝໍ່າສະເໝີກວ່າ
ແລະ ເພື່ອຄວາມອຸ່ນໃຈ ທ່ານຄວນເລືອກຍີ່ຫໍ້ ທີ່ມີການຮັບປະກັນຄຸນນະພາບ, ມີທີມງານບໍລິການມືອາຊີບ, ທີ່ມີຄວາມຊ່ຽວຊານສະເພາະດ້ານ ແລະ ມີການບໍລິການຫຼັງການຂາຍທີ່ດີເຊັ່ນ: ບໍລິການຕິດຕັ້ງ ແລະ ສ້ອມແປງ ຍີ່ງເປັນການດີ
ມາເລີຍ ທີ່ສຸວັນນີ ໂຮມເຊັນ ທຸກສາຂາ ໃກ້ເຮືອນທ່ານ
ສອບຖາມຂໍ້ມູນເພີ່ມເຕີມໂທ:

- Facebook: Souvanny Home Center
- LINE ID:@souvanny
Click: https://lin.ee/bzgFto0
ສຸວັນນີ ໂຮມເຊັນເຕີ ຈິນຕະນາການ ທີ່ເປັນໄປໄດ້
ຂ່າວສານແນະນໍາ
ຂ່າວສານອື່ນໆ