ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ RMI
01-01-1970 1641, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

 

ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ RMI ເຊິ່ງເປັນຜູ້ສະໜອງທີ່ຜະລິດ ແລະ ຈຳໜ່າຍສິນຄ້າປະເພດ ລູກບິດປະຕູ, ບານພັບ, ໄລກອນ, ມືຈັບ ແລະ ສິນຄ້າອີກຫຼາຍລາຍການ ໄດ້ມີການຈັບສະຫຼາກແຈກໂຊກຫາລູກຄ້າລູກຄ້າຜູ້ທີ່ໂຊກດີໃນວັນທີ 26/12/2017 ທີ່ສຸວັນນີ ໂຮມເຊັນເຕີ ສາຂາໂພນຕ້ອງ, ເພື່ອເປັນການຄືນກຳໄລໃຫ້ແກ່ລູກຄ້າທີ່ມາຊື້ຜະລິດຕະພັນຂອງ RMI ທີ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໂດຍການມອບໂຊກໃນຄັ້ງນີ້ຂອງລາງວັນແມ່ນ ສາຍຄໍຄຳໜັກ 1 ສະຫຼຶງ ຈຳນວນ 1 ເສັ້ນ.

ລູກຄ້າຜູ້ທີ່ໂຊກດີໃນຄັ້ງນີ້ແມ່ນ ທ່ານ ນາງ ວຽງຄໍາ, ບ້ານ ມີໄຊ ແລະ ກິດຈະກຳດີໆແບບນີ້ ຈະສືບຕໍ່ໄປທຸກໆເດືອນຈົນເຖິງເດືອນ 02 ປີ 2018

\

ຂ່າວສານອື່ນໆ