ສຸວັນນີ ໂຮມເຊັນເຕີ ຮັບລາງວັນວິສາຫະກິດດີເດັ່ນ ປະເພດ I ປະຈຳປີ 2022
22-02-2024 383, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ສຸວັນນີ ໂຮມເຊັນເຕີ ຮັບລາງວັນວິສາຫະກິດດີເດັ່ນ ປະເພດ I ປະຈຳປີ 2022

     ນອກຈາກການເອົາໃຈໃສ່ໃນການພັດທະນາສິນຄ້າ ແລະ ບໍລິການແລ້ວ ອີກໜຶ່ງມາດຕະຖານຄຸນນະພາບ ທີ່ ສຸວັນນີ ໂຮມເຊັນເຕີ ໄດ້ຕື່ນຕົວປະຕິບັດ ແລະ ປະກອບສ່ວນໃນພາກລັດຖະບານກໍຄື ການມອບພັນທະອາກອນເຂົ້າງົບປະມານແຫ່ງລັດ ທີ່ເຮົາໄດ້ມີການແຈ້ງ-ມອບອາກອນປົກກະຕິ ແລະ ມອບຖືກຕ້ອງຄົບຖ້ວນຕາມກຳນົດກົດໝາຍ ຈົນເປັນທີ່ຍອມຮັບຢ່າງເປັນທາງການຈາກ ກົມສ່ວຍສາອາກອນ ກະຊວງການເງິນ ແຫ່ງ ສປປ ລາວ ເຮັດໃຫ້ໄດ້ຮັບລາງວັນ ແລະ ໃບຍ້ອງຍໍ ໃນການເປັນວິສາຫະກິດທີ່ປະຕິບັດມອບພັນທະອາກອນດີເດັ່ນ ປະເພດ I ປະຈຳປີ 2022 ໂດຍເຮົາໄດ້ຮັບລາງວັນນີ້ຢ່າງຕໍ່ເນື່ອງຕິດຕໍ່ກັນມາເປັນປີທີ 3 ຕັ້ງແຕ່ເລີ່ມມີພິທີການດັ່ງກ່າວເປັນຕົ້ນມາ.

        ໃນວັນທີ 21 ກຸມພາ 2024 ທີ່ຜ່ານມາ ທ່ານ ວັດດານາ ສຸຄະບັນດິດ ຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ເຂົ້າຮ່ວມພິທີ “ມອບໃບຍ້ອງຍໍລັດວິສາຫະກິດທີ່ປະຕິບັດພັນທະສ່ວຍສາອາກອນດີເດັ່ນ ປະຈຳປີ 2022” ພ້ອມທັງຂຶ້ນຮັບລາງວັນ ແລະ ໃບຍ້ອງຍໍ ຂອງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ທີ່ມີຜົນງານດີເດັ່ນປະເພດ I ໂດຍລາງວັນອັນມີກຽດນີ້ ມອບໂດຍທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ

      ສໍາລັບເງື່ອນໄຂໃນການຄັດເລືອກໄດ້ກໍານົດມາດຕະຖານໄວ້ຢູ່ 04 ເງື່ອນໄຂ ຄື:

  1. ວິສາຫະກິດທີ່ມີການແຈ້ງ-ມອບອາກອນປົກກະຕິ ແລະ ມອບຖືກຕ້ອງຄົບຖ້ວນໃນປີ 2022
  2. ວິສາຫະກິດທີ່ມາຍື່ນບົດລາຍງານການເງິນ ປະຈຳປີ 2022
  3. ບໍ່ມີໜີ້ຄ້າງມອບໃນລະບົບ Tax-RIS ຈາກບົດບັນທຶກກວດກາໃນປີ 2022
  4. ບໍ່ມີປັບໃໝຊັກຊ້າ ຈາກການແຈ້ງມອບອາກອນປົກກະຕິ

    ໃນພິທີອັນມີຄຸນຄ່ານີ້, ສຸວັນນີ ໂຮມເຊັນເຕີ ກໍຖືເປັນໜຶ່ງໃນຄວາມພາກພູມໃຈ ແລະ ເປັນຜົນງານໃນການຈັດການຂໍ້ມູນທາງການເງິນຂອງບໍລິສັດທີ່ມີຄວາມຖືກຕ້ອງຊັດເຈນ ສ້າງຄວາມໝັ່ນໃຈໃຫ້ແກ່ລູກຄ້າ, ຜູ້ຮ່ວມທຸລະກິດ ຕະຫຼອດຮອດສັງຄົມ ໃນການປະຕິບັດພັນທະອາກອນເພື່ອປະກອບສ່ວນໃນການສ້າງສາພັດທະນາປະເທດ ແລະ ຮັກສາສະຖຽນລະພາບທາງເສດຖະກິດຂອງປະເທດອີກດ້ວຍ

ຂ່າວສານອື່ນໆ