ສຸວັນນີ ໂຮມເຊັນເຕີ ເຂົ້າຮ່ວມງານເປີດໂລກແຫ່ງການລົງທຶນປະຈຳປີ 2017
01-01-1970 2646, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ສຸວັນນີ ໂຮມເຊັນເຕີ ເຂົ້າຮ່ວມງານ ເປີດໂລກແຫ່ງການລົງທຶນປະຈຳປີ 2017


       ໃນວັນທີ 22 ກໍລະກົດ 2017 ທີ່ທີ່ຜ່ານມາ ງານເປີດໂລກແຫ່ງການລົງທຶນປະຈຳປີ 2017 ພາຍໃຕ້ຫົວຂໍ້: ທຸລະກິດຍືນຍົງ ສ້າງຖານະໝັ້ນຄົງໃນຕະຫຼາດທຶນ ທີ່ສູກນຄ້າ ລາວ-ໄອເຕັກ ໂດຍການຈັດຂຶ້ນພາຍໃຕ້ການຮ່ວມມືລະຫວ່າງ ຕະຫຼາດຫຼັກຊັບລາວ(ຕລຊລ), ທະນາຄານແຫ່ງສປປ ລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ບໍລິິສັດຈົດທະບຽນ, ບໍລິສັດຫຼັກຊັບ, ບໍລິສັດກວດສອບ, ບໍລິສັດທີ່ປຶກສາທາງດ້ານກົດໝາຍ ແລະ ບັນດາບໍລິສັດເປົ້າໝາຍກຽມເຂົ້າຈົດທະບຽນ ຫຼາຍກວ່າ 30 ບໍລິສັດ. ທ່ານ ວັດດານາ ສຸຄະບັນດິດ ຮອງປະທານສະພາບໍລິຫານ ແລະ ຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ຮ່ວມຂື້ນກ່າວແລກປ່ຽນຄໍາຄິດເຫັນໃນການດໍາເນີນທຸລະກິດຂອງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ກ່ອນ ແລະ ຫຼັງຈົດທະບຽນໃນຕະຫຼາດທຶນ.

  ພາຍໃນງານໄດ້ຮັບກຽດເຂົ້າຮ່ວມເປັນປະທານໂດຍ ພະນະທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານ ນາງ ສາຍສະໝອນ ຈັນທະຈັກ, ຫົວໜ້າສຳນັກງານ ຄຄຊ, ທ່ານ ເພັດສະຖາພອນ ແກ້ວວົງວິຈິດ, ຫົວໜ້າຫ້ອງການ ທະນາຄານແຫ່ງ ສປປ ລາວ, ປະທານສະພາບໍລິຫານ ຕລຊລ, ທ່ານ ດຣ. ອາຄົມ ປຣະເສີດ, ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາບໍລິຫານ ຕລຊລ, ທ່ານ ດຣ. ສົມໄຊ ໄທສະຫງວນວໍຣະກຸນ, ກຳມະການ ຕະຫຼາດຫຼັກຊັບແຫ່ງປະເທດໄທ, ປະທານສະພາບໍລິຫານ ບໍລິສັດ ເອັສ ເອັນ ຊີ ຟອມເມີ ຈຳກັດ (ມະຫາຊົນ) ແລະ ທ່ານ ດ໋ອກ ຢຸນ ລີ, ຮອງຜູ້ອໍານວຍການໃຫຍ່ ຕລຊລ.

ຂ່າວສານອື່ນໆ