ສຸວັນນີ ຮັບໃບຍ້ອງຍໍດີເດັ່ນ
30-04-2021 903, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

 "ສຸວັນນີ ຮັບໃບຍ້ອງຍໍດີເດັ່ນ"

    ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ເຂົ້າຮ່ວມ ພິທີມອບລາງວັນ ຫົວໜ່ວຍທຸລະກິດດີເດັ່ນ ໃນການປະຕິບັດພັນທະອາກອນປະຈໍາປີ 2020.

ໃນວັນທີ 19 ເມສາ 2021 ນີ້, ທີ່ຫ້ອງປະຊຸມກົມສ່ວຍສາອາກອນ, ກະຊວງການເງິນ ໄດ້ມອບລາງວັນ ແລະ ໃບຍ້ອງຍໍທີ່ລະນຶກ ປະເພດ I ໂດຍໃຫ້ກຽດ ມອບລາງວັນຂອງ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ  ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ  ຕາງໜ້າຂຶ້ນຮັບລາງວັນໂດຍ ທ່ານ ພັນໂນລາ ສຸຄະບັນດິດ ຮອງຜູ້ອໍານວຍການ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ

    ງານໃນຄັ້ງນີ້ໄດ້ຈັດຂຶ້ນເພື່ອມອບ ລາງວັນ ແລະ ໃບຍ້ອງຍໍ ໃຫ້ແກ່ຫົວໜ່ວຍທຸລະກິດ ມີທີຜົນງານດີເດັ່ນ ໃນດ້ານການປະຕິບັດພັນທະອາກອນປະຈໍາປີ 2020, ທາງບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ເປັນພາກສ່ວນໜຶ່ງ ທີ່ໄດ້ມີການປະກອບສ່ວນໃນການແຈ້ງ-ມອບ ອາກອນ ເປັນປົກກະຕິ ຕາມກຳນົດເວລາທີ່ໄດ້ກຳນົດຈາກຂັ້ນເທິງ ເຊິ່ງປະຕິບັດພັນທະອາກອນເພື່ອປະກອບສ່ວນເຂົ້າໃນການພັດທະນາສ້າງສາປະເທດຊາດ ແລະ ເຮັດໃຫ້ເສດຖະກິດຂອງປະເທດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເປັນການປະກອບສ່ວນທີ່ເປັນແບບຢ່າງທີ່ດີ ໃຫ້ກັບຫົວໜ່ວຍທຸລະກິດ ໃນດ້ານການເສຍພັນທະອາກອນໃຫ້ແກ່ຂັ້ນເທິງຢ່າງຖືກຕ້ອງ ແລະ ຄົບຖ້ວນ.

F7CEF014-BEA5-40C6-BC3E-404BDACCD413

 

ຂ່າວສານອື່ນໆ