ການປະກວດຮ້ອງເພງ 4 ແຂວງ ພາກໃຕ້ “ກິດຈະກໍາ: “ສຸວັນນີ ສຽງໄສ ໄດ້ເງິນລ້ານ” ທີ່ ສາຂາ ປາກເຊ
01-01-1970 1795, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ການປະກວດຮ້ອງເພງ 4 ແຂວງ ພາກໃຕ້ 
“ໃນກິດຈະກໍາ: “ສຸວັນນີ ສຽງໄສ ໄດ້ເງິນລ້ານ”
ເພຶ່ອເປັນການສົ່ງເສີມສຽງເພງລາວ ແລະ ສຽງເພງປະຈໍາທ້ອງຖິ່ນ... ແລະ ເພື່ອເປັນການຕ້ອນຮັບ ການເປີດສາຂາໃໝ່ ຂອງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ສາຂາ ປາກເຊ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຈຶ່ງໄດ້ຈັດກິດຈະກໍາ ການແຂ່ງຂັນຮ້ອງເພງງ ໃນຄັ້ງນີ້ ເຊິ່ງ ກໍໄດ້ມີຫຼາຍໆພາກສ່ວນທີ່ເຂົ້າຮ່ວມ ໂດຍສະເພາະແມ່ນຜູ້ເຂົ້າແຂ່ງຂັນ ເຊີ່ງເປັນຕົວແທນມາຈາກ 4 ແຂວງ ພາກໃຕ້ ກໍຄື ແຂວງ ຈໍາປາສັກ, ແຂວງ ສາລະວັນ, ແຂວງ ເຊກອງ ແລະ ແຂວງ ອັດຕະປື.
ຖືວ່າເປັນການຄັດເລືອກຕົວແທນ ຈາກບັນດາແຂວງຕ່າງໆ ທີ່ທາງແຂວງ ເພີ່ນໄດ້ຈັດການຄັດເລືອກ ແລະ ສົ່ງຜູ່ເຂົ້າແຂ່ງຂັນ ມາຮ່ວມໃນມື້ນີ້. 
ໂດຍການໃຫ້ກຽດເຂົ້າຮ່ວມເປັນຄະນະກໍາມະການໂດຍ:
ທ່ານ ບຸນຍູ້ ລູກແມ່ຂອງ ນັກຮ້ອງ ແລະ ນັກແຕ່ງເພງ (ຄ້າຍເພງລູກແມ່ຂອງ) 
2. ທ່ານ ສີພອນ ວົງຈິນດາ ເຈົ້າຂອງ ຢູ່ນາ ສະຕູດິໂອ (Una-Studio) 
3. ທ່ານ ສີວິໄລ ຈັນທະວົງ ຜູ່ຈັດການ ສາຂາ ປາກເຊ 
- ທີມທີ່ໄດ້ຮັບລາງວັນຊະນະເລີດ ໃນການແຂ່ງຂັນ ກໍຄື ແຂວງ ສາລະວັນ ທີ່ໄດ້ຮັບລາງວັນມູນຄ່າ 10,000,000 ກີບ 
ທີມທີ່ໄດ້ຮັບລາງວັນສຽງດີ ກໍຄື ແຂວງ ຈໍາປາສັກ ທີ່ໄດ້ຮັບລາງວັນມູນຄ່າ 3,000,000 ກີບ 
ແລະ ລາງວັນຊົມເຊີຍ ອີກ 2 ທີມ.

ຂ່າວສານອື່ນໆ