ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ ທີໂອເອ ເພັນ (ປະເທດລາວ) ຈໍາກັດ ຈັດກິດຈະກໍາ ''ໂຄງການ: ແຕ້ມສີ ເຕີມຝັນ ໃຫ້ນ້ອງ'' ຄັ້ງທີ 1
01-01-1970 3522, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ວັນທີ 09/03/2018 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ ທີໂອເອ ເພັນ (ປະເທດລາວ) ຈໍາກັດ ມອບສິ ແລະ ອຸປະກອນທາສີ ໃຫ້ໂຮງຮຽນ ມັດທະຍົມຕອນຕົ້ນ ໂພສີ, ບ້ານ ໂພສີ, ເມືອງ ປາກຊັນ, ແຂວງ ບໍລິຄໍາໄຊ ໂດຍມີ (ສີ TOA ຈໍານວນ 30 ຖັງ ແລະ ອຸປະກອນທາສີຈໍານວນ 30 ອັນ ) ລວມມູນຄ່າ 10,000,000 ກີບ. ເຊິ່ງຕາງໜ້າມອບໂດຍ ທ່ານ ກິທອງ ອຸ່ນເພັງວົງ ຜູ້ຈັດການ ສາຂາປາກຊັນ ແລະ ທ່ານ ບຸນເລີດ ທໍາປະສິດ ຕ່າງໜ້າ ບໍລິສັດ ທີໂອເອ ເພັນ (ປະເທດລາວ) ຈໍາກັດ ແລະ ຕາງໜ້າຮັບໂດຍ ທ່ານ ບຸນແຕ່ງ ແສງທະວີພິທັກ ຜູອໍານວຍການ ໂຮງຮຽນ ມັດທະຍົມຕອນຕົ້ນ ໂພສີ. ກິດຈະກໍາໃນຄັ້ງນີ້ ໄດ້ຈັດຂື້ນເພື່ອເປັນການສ້າງສິສັນໃຫ້ແກ່ໂຮງຮຽນ ແລະ ສ້າງຄວາມສຸກໃຫ້ແກ່ນ້ອງນັກຮຽນ. ໂດຍມີທາງ ພະນັກງານ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະກາຊົນ ສາຂາ ປາກຊັນ ແລະ ນ້ອງໆນັກນຣຽນຊັ້ນມໍ 1 ເຖິງ ມໍ 4 ກໍໄດ້ເຂົ້າຮ່ວມກິດຈະກໍາ ສາມັກຄີໃນການທາສີຫ້ອງຮຽນໃຫ້ສວຍງາມ.

ສຸວັນນີ ໂຮມເຊັນເຕີ ສ້າງສີສັນໃຫ້ແກ່ສັງຄົມ

 

ຂ່າວສານອື່ນໆ