''ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ'' ໄດ້ເປີດສາຂາໃໝ່ທີ່ ບ້ານສີສະອາດ, ເມືອງປາກຊັນ, ແຂວງບໍລິຄຳໄຊ
01-01-1970
2794,
ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ເປີດສາຂາໃໝ່ທີ່ ທີ່ ບ້ານສີສະອາດ, ເມືອງປາກຊັນ, ແຂວງ ບໍລິຄໍາໄຊ ດ້ວຍພື້ນທີ່ວາງສະແດງສິນຄ້າບໍ່ຕ່ຳກ່ວາ 7,500 ຕາແມັດ ແລະ ເນື້ອທີ່ສາງປະມານ 7,500 ຕາແມັດ ແລະ ໝັ້ນໃຈວ່າຈະໄດ້ຮັບກາຕອບຮັບເປັນຢ່າງດີ.
ທ່ານ ວັດດານາ ສຸຄະບັນດິດ ຮອງປະທານສະພາບໍລິຫານ ແລະ ຜູ້ອຳນວຍການໃຫຍ່ ຂອງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຫຼື svn ຜູ້ດຳເນີນທຸລະກິດຈຳໜ່າຍສິນຄ້າທາງດ້ານວັດສະດຸກໍ່ສ້າງ ແລະ ເຄື່ອງຕົບ ແຕ່ງບ້ານ, ອາຄານແບບຄົບວົງຈອນທີ່ທັນສະໄໝ ແລະ ໃຫຍ່ ດ້ວຍສິນຄ້າຫຼາກຫຼາຍຢ່າງເຊັ່ນ: ກະໂລ້, ສຸຂະພັນ, ຊຸດເຄື່ອງຄົວ, ອຸປະກອນຣາດແວ, ເຄື່ອງຕົກແຕ່ງບ້ານ... (ປັດຈຸບັນ ໝວດສິນຄ້າຂອງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ມີທັງໝົດ 20 ກວ່າໝວດໃຫຍ່) ໂດຍຈັດຈຳໜ່າຍພາຍໃນສູນວາງສະແດງສິນຄ້າທີ່ໃຫຍ່ ແລະ ທັນສະໄໝ (Showroom) ພາຍໃຕ້ເຄື່ອງໝາຍການຄ້າ “ສຸວັນນີ” ໄດ້ເປີດເຜີຍວ່າ: “ໃນວັນທີ ວັນທີ 30 ກັນຍາ ປີ 2017 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ມີເປີດສາຂາໃໝ່ຄື: ສາຂາ ປາກຊັນ ເຊິ່ງເປັນສາຂາທີ 6 ຈາກເດີມ ໃນນະຄອນຫຼວງວຽງຈັນແມ່ນມີຢູ່ 5 ສາຂາຄື: ສາຂາໂພນຕ້ອງ, ສາຂາສີໄຄ, ສາຂາທົ່ງຂັນຄໍາ, ສາຂາທົ່ງຕູມ ແລະ ສາຂາ ໂຊກໃຫຍ່, ໂດຍການເປີດສາຂາໃໝ່ໃນຄັ້ງນີ້ເຊື່ອວ່າຈະໄດ້ຮັບການຕອບຮັບທີ່ດີຈາກລູກຄ້າຢ່າງແນ່ນອນ”.















ເຊິ່ງພາຍໃນງານທາງບໍລິສັດໄດ້ມີການຈັດໂປຼໂມຊັນ ແລະ ກິດຈະກຳຫຼາກຫຼາຍຢ່າງເຊັ່ນ: ກິດຈະກຳ Check in ໂດຍການຖ່າຍພາບພາຍໃນງານໂພສລົງ Facebook
ສິນຄ້າໂປຼໂມຊັນ ຫຼຸດ, ແລກ, ແຈກ, ແຖມ ພ້ອມດ້ວຍສິນຄ້ານາທີທອງທຸກຊົ່ວໂມງ, ລຸ້ນຮັບສາຍຄໍຄຳ 1 ສະຫຼຶງ ທຸກສອງຊົ່ວໂມງ, ຊື້ປຸບໄດ້ປັບຄົບຕາມຈຳນວນກໍໄດ້ຮັບທອງຄຳ ແລະ ກິດຈະກຳອື່ນໆອີກຫຼາກຫຼາຍລາຍການ. ນອກຈາກນີ້, ທາງບໍລິສັດຍັງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ພາກສ່ວນທີ່ໃກ້ຄຽງລວມມູນຄ່າຫຼາຍກວ່າ 15,000,000 ກີບ.
ສຸວັນນີ ໂຮມເຊັນເຕີ ຈິນຕະນາການທີ່ເປັນໄປໄດ້.
ຂ່າວສານແນະນໍາ
ຂ່າວສານອື່ນໆ