ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໂຄງການ “ສ້າງຮອຍຍິ້ມດ້ວຍການແບ່ງປັນ”
01-01-1970 3055, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ໃນວັນທີ 18/11/2016 ທີ່ຜ່ານມາ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ລົງມອບເຄື່ອງບໍລິຈາກບັນເທົາທຸກປະເພດເຄື່ອງນຸ່ງຫົ່ມ ແລະ ອຸປະກອນການສຶກສາ ໃຫ້ແກ່ບ້ານທີ່ທຸກຍາກຄື: ບ້ານ ພູລັງຈັງ, ເມືອງພູຄູນ, ແຂວງຫຼວງພະບາງ, ໃນໂຄງການ “ສ້າງຮອຍຍິ້ມດ້ວຍການແບ່ງປັນ” ເພື່ອຊ່ວຍເຫຼືອນ້ອງໆທີ່ຍັງຂາດແຄວນເລື່ອງເຄື່ອງນຸ່ງຫົ່ມ, ອຸປະກອນເຄື່ອງຂຽນ, ປຶ້ມແບບຮຽນ, ປຶ້ມອ່ານ ເປັນຕົ້ນ ເຊິ່ງບ້ານ: ພູລັງຈັງ ເມືອງພູຄູນ ແຂວງຫຼວງພະບາງມີຄອບຄົວທີ່ ຂາດເຂີນ ຈໍານວນ 84 ຄອບຄົວ, ຄອບຄົວທີ່ ທຸກຍາກ ຈໍານວນ 4 ຄອບຄົວ, ນັກຮຽນທີ່ຂາດເຄື່ອງ+ອຸປະກອນການຮຽນ ອານຸບານ-ປໍ 5 ຈໍານວນ 130 ຄົນ.
ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຈະຢູ່ຄຽງຂ້າງສັງຄົມລາວ ຕະຫຼອດໄປ .
ສຸວັນນີ ໂຮມເຊັນເຕີ ຈິນຕະນາການທີ່ເປັນໄປໄດ້.

ຂ່າວສານອື່ນໆ