
ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ເປີດສາຂາໃໝ່ທີ່ ບ້ານໂຊກໃຫຍ່ (ສັ້ນທາງ 450 ປີ), ເມືອງໄຊເສດຖາ, ແຂວງ ນະຄອນຫຼວງວຽງຈັນ ດ້ວຍພື້ນທີ່ວາງສະແດງສິນຄ້າບໍ່ຕ່ຳກ່ວາ 12,000 ຕາແມັດ ຢ່າງເປັນທາງການໃນວັນທີ 30/01/2017 ທີ່ຜ່ານມາ.
ທ່ານ ວັດດານາ ສຸຄະບັນດິດ ຮອງປະທານສະພາບໍລິຫານ ແລະ ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ສຸວັນ ນີ ໂຮມເຊັນເຕີ ມະຫາຊົນໄດ້ກ່າວວ່າ: “ການເປີດ ສາຂາ ໂຊກໃຫຍ່ (ເສັ້ນທາງ 450 ປີ) ເປັນສາຂາທີ່ 5 ໃນນະຄອນຫຼວງວຽງຈັນ ດ້ວຍສິນຄ້າທີ່ທັນສະໄໝ ແລະ ຄົບວົງຈອນ , ຈາກເດີມມີຢູ່ 4 ສາຂາຄື: ສາຂາໂພນຕ້ອງ, ສາຂາສີໄຄ, ສາຂາທົ່ງຂັນຄໍາ ແລະ ສາຂາທົ່ງຕູມ, ໂດຍການເປີດສາຂາໃໝ່ໃນຄັ້ງນີ້ເຊື່ອວ່າຈະໄດ້ຮັບການຕອບຮັບທີ່ດີຈາກລູກຄ້າຢ່າງແນ່ນອນ”.
ເພື່ອເປັນການສະເຫຼີມສະຫຼອງ ທາງບໍລິສັດຈຶ່ງໄດ້ມີການຈັດໂປຣໂມຊັນຫຼາຍໆຢ່າງໃນງານຄື: ນຳໃບປີວມາຊື້ສີນຄ້າກໍຈະໄດ້ຮັບລາງວັນ, ກິດຈະກໍາ Check in ໂດຍການຖ່າຍພາບພາຍໃນງານໂພສລົງເຟດບຸກ, ສິນຄ້າໂປຣໂມຊັນ ຫຼຸດ, ແລກ, ແຈກ, ແຖມ ພ້ອມດ້ວຍສິນຄ້ານາທີທອງທຸກຊົ່ວໂມງ, ລຸ້ນຮັບສາຍຄໍຄໍາ 1 ສະຫຼຶງ ທຸກໆສອງຊົ່ວໂມງ, ຊື້ປຸບໄດ້ປັບ ຄົບຕາມມຸນຄ່າກໍໄດ້ຮັບລາງວັນ.