-01.jpeg)
ສຸວັນນີ ຮ່ວມເປັນສ່ວນໜຶ່ງສະໜັບສະໜູນ ຄວາມສຸກຂອງຄົນລາວ.
ໂດຍຜົນງານທີ່ຜ່ານມາຂອງ ທັບນັກກິລາເຕະບານຊາຍ U-19 ຈາກການແຂ່ງຂັນ ຊິງຊະນະເລີດອາຊ່ຽນ ຮຸ່ນອາຍຸບໍ່ເກີນ 19 ປີ 2022 ຄັ້ງນີ້ ນັກກິລາຂອງພວກເຮົາລົງແຂ່ງຂັນທັງໝົດ 6 ນັດ ໃນຮອບແບ່ງກຸ່ມ B ໄດ້ແກ່:
1. ທີມຊາດລາວ 2-0 ທີມຊາດຕີມໍເລສເຕ
2. ທີມຊາດລາວ 2-1 ທີມຊາດກຳປູເຈຍ
3. ທີມຊາດລາວ 3-1 ທີມຊາດສິງກະໂປ
4. ທີມຊາດລາວ 1-0 ທີມຊາດມາເລເຊຍ
5. ທີມຊາດລາວ 2-0 ທີມຊາດໄທ
ຮອບຊີງຊະນະເລີດ ໄດ້ມີຂຶ້ນ ວັນສຸກ 15/07/2022 ລະຫວ່າງ ທີມຊາດລາວ ກັບ ທີມຊາດມາເລເຊຍ ໂດຍຜົນການແຂ່ງຂັນແມ່ນ 0-2 ເຮັດໃຫ້ ທີມຊາດມາເລເຊຍໄດ້ຮັບຕໍາແໜ່ງຊະນະເລີດ AFF U19 ໃນປີ 2022. ເຖິງຢ່າງໃດກໍຕາມ, ຜົນງານທີ່ເກີດຂຶ້ນກໍເຮັດໃຫ້ບັນຍາກາດກິລາບ້ານເຮົາຄຶກຄັກມ່ວນຊື່ນຫຼາຍ.
ໃນວັນທີ 19 ກໍລະກົດ 2022 ເວລາ 18:00 ທີ່ ພັດຕະຄານ ເຊັນພິລາ ເນື່ອງໃນໂອກາດສະແດງຄວາມຊົມເຊີຍ ແລະ ຕ້ອນຮັບ ”ທັບນັກກິລາເຕະບານຊາຍ U-19 ຈາກການແຂ່ງຂັນ ຊິງຊະນະເລີດອາຊ່ຽນ ຮຸ່ນອາຍຸບໍ່ເກີນ 19 ປີ ໂດຍທີມຊາດລາວຄວ້າໄດ້ຕຳແໜ່ງຮອງຊະນະເລີດ AFF U19 BOYS CHAMPIONSHIP 2022 INDONESIA ເປັນຜົນງານທີ່ເດັ່ນ ຖືເປັນປະຫວັດສາດໜ້າໃຫມ່ໃຫ້ແກ່ວົງການກິລາບານເຕະລາວ ແລະ ພວກເຮົາເຊື່ອວ່າ ໃນປີຫນ້າຈະມີການພັດທະນາຂຶ້ນໄປກວ່ານີ້ອີກ.
ຈາກບັນຍາກາດພາຍໃນງານແມ່ນມີຄວາມມ່ວນຊື່ນ, ນ້ອງໆນັກກິລາມີຄວາມດີໃຈ ແລະ ປະທັບໃຈຫຼາຍທີ່ໄດ້ຮັບກໍາລັງໃຈຈາກແຟນບານເຕະໃນລາວເຮົາ ໃນທີ່ນີ້, ບໍລິສັດ ສຸວັນນີ ໂຮມເຊັນເຕີ ກໍຮ່ວມສະແດງຄວາມຊົມເຊີຍໃຫ້ກັບ ນັກກິລາ U-19 ແລະ ຄະນະຄູຜູ້ຝຶກສອນທຸກໆທ່ານ ທີ່ສ້າງຊື່ສຽງໃຫ້ແກ່ປະເທດຊາດ ແລະ ມອບຄວາມສຸກໃຫ້ແກ່ຄົນລາວທຸກຄົນພວກເຮົາເຊື່ອແນ່ວ່າ ບັນຍາກາດແບບນີ້ຈະເກີດຂຶ້ນມາເລື້ອຍໆ ສຳລັບວົງການກິລາບ້ານເຮົາ.
ເຊິ່ງໃນຄັ້ງນີ້, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ມອບການສະໜັບສະໜູນໃຫ້ແກ່ ”ທັບນັກກິລາ U-19” ມູນຄ່າ 50,000,000 ກີບ ເພື່ອເປັນກໍາລັງໃຈໃຫ້ແກ່ທີມນັກກິລາໄດ້ມີການພັດທະນາ ແລະ ສ້າງຜົນງານອັນພົ້ນເດັ່ນແບບນີ້ຕະຫຼອດໄປ.
ສຸວັນນີ ໂຮມເຊັນເຕີ ຈິນຕະນາການທີ່ເປັນໄປໄດ້.