ໂຄງການ ສຸວັນນີ “ສ້າງຮອຍຍິ້ມດ້ວຍການແບ່ງປັນ ປີທີ 10
27-04-2024 481, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ
😍ໂຄງການ ສຸວັນນີ “ສ້າງຮອຍຍິ້ມດ້ວຍການແບ່ງປັນ ປີທີ 10”🥳
ກິດຈະກຳ “🩸ໃຫ້ເລືອດໃຫ້ຊີວິດ🩸
🧡💚ໃນວັນທີ 27 ມີນາ 2024 ທີ່ຜ່ານມາ, ທີ່ ສຸວັນນີ ໂຮມເຊັນເຕີ ທັງສໍານັກງານໃຫຍ່ ແລະ ສາຂາ ລວມ 7 ສາຂາ ທົ່ວປະເທດ ເປັນມື້ທີ່ເຕັມໄປດ້ວຍຄວາມເອື້ອອາທອນ ແລະ ນໍ້າໃຈ ເມື່ອພະນັກງານສຸວັນນີ ຈໍານວນກວ່າ 100 ຄົນ ນຳພາໂດຍທ່ານ ວັດດານາ ສຸຄະບັນດິດ ຜູ້ອຳນວຍການໃຫຍ່ບໍລິສັດ ສຸວັນນີ ໂຮມເຊັນເຕີ ພ້ອມດ້ວຍຄະນະບໍລິຫານລະດັບສູງ ເຂົ້າຮ່ວມການບໍລິຈາກເລືອດໃນກິດຈະກຳ “ໃຫ້ເລືອດໃຫ້ຊີວິດ”.
ໂດຍກິດຈະກຳຄັ້ງນີ້, ຈັດຂຶ້ນເພື່ອຊ່ວຍບັນເທົາບັນຫາການຂາດເເຄນເລືອດ ແລະ ສະໜັບສະໜຸນໃຫ້ພະນັກງານມີສ່ວນຮ່ວມໃນການຊ່ວຍເຫຼືອສັງຄົມ ເຊິ່ງໄດ້ຮັບການຮ່ວມມືຈາກ ອົງການກາແດງ ທີ່ໄດ້ມາປະຈຳໃນຈຸດຮັບບໍລິຈາກ ຕະຫຼອດຈົນມີເຈົ້າໜ້າທີ່ຄອຍໃຫ້ຄຳແນະນຳ ແລະ ດູແລຢ່າງໃກ້ຊິດ.
ໜຶ່ງໃນພະນັກງານຂອງສຸວັນນີ ໄດ້ກ່າວວ່າ “ຮູ້ສຶກດີໃຈທີ່ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫຼືອຜູ້ອື່ນຈາກການບໍລິຈາກເລືອດເປັນສິ່ງທີ່ງ່າຍ ແລະ ໃຊ້ເວລາບໍ່ຫຼາຍ ແຕ່ສາມາດສ້າງປະໂຫຍດອັນມະຫາສານໃຫ້ກັບຄົນເຈັບທີ່ຕ້ອງການເລືອດໄດ້”.
ນີ້ເປັນພຽງໜຶ່ງກິດຈະກຳໃນໂຄງການ “ສຸວັນນີ ສ້າງຮອຍຍິ້ມດ້ວຍການແບ່ງປັນ ປີທີ 10” ທີ່ສຸວັນນີ ແນໃສ່ການສົ່ງເສີມໃຫ້ພະນັກງານມີສ່ວນຮ່ວມໃນກິດຈະກຳເພື່ອສັງຄົມ ແລະ ສະທ້ອນເຖິງນໍ້າໃຈຂອງພະນັກງານສຸວັນນີ ທີ່ພ້ອມແບ່ງປັນ ແລະ ຊ່ວຍເຫຼືອຜູ້ອື່ນ ຖືເປັນຄວາມພາກພູມໃຈຂອງບໍລິສັດ ທີ່ໄດ້ສ້າງຮອຍຍິ້ມ ແລະ ເຕີມເຕັມຄວາມຫວັງໃຫ້ກັບຄົນເຈັບທີ່ຕ້ອງການເລືອດ.
😍ສຸວັນນີ ໂຮມເຊັນເຕີ ຈິນຕະນາການທີ່ເປັນໄປໄດ້😍
 
 
 
 
 
 
 
 
 
 
 
 
ຂ່າວສານອື່ນໆ