ສຸວັນນີ ໂຮມເຊັນເຕີ ຮ່ວມໃຈຊ່ວຍເຫຼືອຜູ້ປະສົບຜູ້ປະສົບໄພນໍ້າຖ້ວມຊາວເມືອງຊຽງເງິນ ແຂວງຫຼວງພະບາງ
01-01-1970 2569, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ໃນວັນທີ 26/08/2016 ທີ່ຜ່ານມາ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ມອບເຄື່ອງຊ່ວຍເຫຼືອປະເພດເຄື່ອງອຸປະໂພກ ແລະ ບໍລິໂພກໂດຍຜ່ານ ມູນນິທິຮ່ວມໃຈ ຮ່ວມກັບ ທີມງານປະກາດ ແລະ ເຄືອຂ່າຍອາໂຫຼ ເພື່ອຊ່ວຍເຫຼືອຜູ້ປະສົບໄພຊາວເມືອງຊຽງເງິນ ແຂວງຫຼວງພະບາງ ເນື່ອງຈາກວ່າໄດ້ຮັບຜົນກະທົບຢ່າງໜັກຈາກອຸທົກກະໄພໃນຄັ້ງນີ້ ຊຶ່ງທາງທີມງານມູນນິທິຮ່ວມໃຈຈະອອກເດີນທາງໃນວັນທີ 27-28/08/2016. ດັ່ງນັ້ນ, ທາງບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຈຶ່ງໄດ້ໃຫ້ຄວາມສໍາຄັນແລະເອົາໃຈໃສ່ໃນການຊ່ວຍເຫຼືອເພື່ອບັນເທົາທຸກໃຫ້ແກ່ພີ່ນ້ອງທີ່ປະສົບໄພໃນຄັ້ງນີ້.



       ພິທິການມອບສິ່ງຂອງດັ່ງກ່າວ ແມ່ນໄດ້ຈັດຂື້ນຢູ່ທີ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ສາຂາໂພນຕ້ອງ ມອບໂດຍທ່ານ ອິນທິລາດ ທໍາມະວົງ ຜູ້ຈັດການຝ່າຍບຸກຄົນ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ແລະ ຮັບໂດຍທ່ານ ດຣ ນາງ ສຸພາວັນ ປະຖໍາມະວົງ ປະທານ ມູນນິທິຮ່ວມໃຈ ພ້ອມດ້ວຍຄະນະ ໂດຍລວມມູນຄ່າທັງໝົດ 12,916,000 ກີບ.
ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຈະຢູ່ຄຽງຂ້າງສັງຄົມລາວ ຕະຫຼອດໄປ .

ຂ່າວສານອື່ນໆ