ວັນບຸນເຂົ້າພັນສາ
23-07-2021
2054,
ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ວັນບຸນເຂົ້າພັນສາ
ວັນບຸນເຂົ້າພັນສາ ປີນີ້ກົງກັບວັນເສົາ, 24 ເດືອນ 7 2021 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວຂອງທຸກໆປີ ເຊິ່ງເປັນວັນທີ່ຊາວພຸດທະສາດສະໜາ ໄດ້ພາກັນເຮັດບຸນໃສ່ບາດ, ຖວາຍສັງຄະທານ ແລະ ທຽນພັນສາ.
ບຸນເຂົ້າພັນສາ ພາສາບາລີ ເອີ້ນວ່າ “ວະສຸສ” ພາສາສັນ ສະກິດເອີ້ນວ່າ “ວະຣຸສພາ” ພາສາອັງກິດ ເອີ້ນວ່າ “ Vassa “ ເປັນວັນສຳຄັນໃນພຸດທະສາດສະໜາວັນໜຶ່ງ ທີ່ພະສົງສາມະເນນຈະອະທິຖານວ່າຈະພັກປະຈຳຢູ່ບ່ອນໃດບ່ອນໜຶ່ງ ຕະຫຼອດໄລຍະເວລາລະດູຝົນ, ທີ່ມີກຳນົດເປັນໄລຍະເວລາ 3 ເດືອນ ຕາມທີ່ພະທຳວິໄນບັນຍັດໄວ້ ໂດຍບໍ່ໄປພັກຄ້າງແຮມທີ່ອື່ນ ຫຼື ທີ່ເອີ້ນຕິດປາກກັນໂດຍທົ່ວໄປວ່າ : ຈຳພັນສາ (ພັນສາ ແປວ່າ : ລະດູຝົນ, ຈໍາ ແປວ່າ : ພັກຢູ່) ພິທີເຂົ້າພັນສານີ້ ຖືເປັນຂໍ້ປະຕິບັດສໍາລັບພະສົງໂດຍກົງ ລະເວັ້ນບໍ່ໄດ້ ບໍ່ວ່າກໍລະນີໃດໆກໍຕາມ. ການເຂົ້າພັນສາຕາມປົກກະຕິ ເລີ່ມນັບຕັ້ງແຕ່ວັນ ຂຶ້ນ 15 ຄ່ຳ ເດືອນ 8 ລາວຂອງທຸກໆປີ (ຫຼື ຂຶ້ນ 15 ຄໍ່າເດືອນ 8 ລາວຫຼັງ ຖ້າປີໃດມີເດືອນ 8 ລາວສອງຫົນ) ແລະ ສິ້ນສຸດລົງໃນວັນຂຶ້ນ 15 ຄໍ່າ ເດືອນ 11 ລາວຂອງທຸກໆປີເອີ້ນວ່າ “ວັນອອກພັນສາ”.
ຂໍຂອບໃຈ
ຂໍ້ມູນຈາກ: ສື່ລາວ.ຄອມ

ຂ່າວສານແນະນໍາ
ຂ່າວສານອື່ນໆ