ການຈັດປະຊຸມສາມັນຜູ້ຖືຮຸ້ນ ຂອງບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ປະຈໍາປີ 2017
01-01-1970 2894, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

       ໃນວັນທີ 06 ເດືອນ ເມສາ ປີ 2018 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ (SVN) ໄດ້ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2017 ຂື້ນ ທີ່ຫ້ອງປະຊຸມຊັ້ນ 8 ອາຄານຕະຫຼາດຫຼັກຊັບລາວ. ໂດຍການເປັນປະທານຂອງ ທ່ານ ອຸ່ນ ຫຼ້າສຸກັນ ປະທານສະພາບໍລິຫານ, ສະມາຊິກອິດສະຫຼະ ແລະ ການເຂົ້າຮ່ວມຂອງສະມາຊິກສະພາບໍລິຫານ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ທຸກທ່ານ ພ້ອງທັງ ຜູ້ຖືຮຸ້ນ, ຜູ້ຮັບມອບສິດ ແລະ ນັກຂ່າວ ທີ່ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້.

       ເຊິ່ງໃນທີ່ປະຊຸມໄດ້ມີການສະຫຼຸບຜົນການດໍາເນີນງານຂອງປີ 2017 ທີ່ຜ່ານມາ ແລະ ແຜນການປະຕິບັດງານໃນອານາຄົດຂອງບໍລິສັດໃຫ້ແກ່ຜູ້ຖືຮຸ້ນໄດ້ຮັບຮູ້ ແລະ ນອກຈາກນີ້, ໃນກອງປະຊຸມຍັງໄດ້ອະນຸມັດວາລະການເບີກຈ່າຍເງິນປັນຜົນໃຫ້ແກ່ຜູ້ຖືຮຸ້ນ, ການປ່ຽນແປງລະບຽບການຂອງບໍລິສັດ ແລະ ວາລະອື່ນໆອີກດ້ວຍ.


ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຈະເຕີບໃຫຍ່ ແລະ ຢູ່ຄຽງຄູ່ສັງຄົມລາວ ຕະຫຼອດໄປ 

ສຸວັນນີ ໂຮມເຊັນເຕີ ຈິນຕະນາການທີ່ເປັນໄປໄດ້.

ຂ່າວສານອື່ນໆ