ສຸວັນນີ ຮ່ວມໃຈ ບໍລິຈາກເລືອດ ເພື່ອເປັນການຕ້ອນຮັບ ວັນສ້າງຕັ້ງກອງທັບ (20 ມັງກອນ ປີ 2019)
01-01-1970 2921, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ສຸວັນນີ ຮ່ວມໃຈ ບໍລິຈາກເລືອດ ເພື່ອເປັນການຕ້ອນຮັບ ວັນສ້າງຕັ້ງກອງທັບ (20 ມັງກອນ ປີ 2019)

ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ຈັດກິດຈະກໍາຮ່ວມໃຈບໍລິຈາກເລືອດ, ເພື່ອເປັນການສະຫຼອງວັນສ້າງຕັ້ງກອງທັບ (20 ມັງກອນ ປີ 2019), ການບໍລິຈາກເລືອດໃນຄັ້ງນີ້ ນໍາພາໂດຍ ທ່ານ ວັດດານາ ສຸຄະບັນດິດ ຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ, ທ່ານ ພັນໂນລາ ສຸຄະບັນດິດ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ແລະ ທ່ານ ກົດສະດາ ສຸຄະບັນດິດ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ພ້ອມດ້ວຍ ພະນັກງານຂອງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ທຸກສາຂາ ທີ່ເຂົ້າຮ່ວມ.

ການຈັດກິດຈະກໍາການບໍລິຈາກເລືອດທາງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ແມ່ນໄດ້ມີການຈັດຂື້ນຢູ່ເລືຶ້ອຍໆ ເພື່ອເປັນການການຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງເພື່ອນມະນຸດທີ່ມີຄວາມຈໍາເປັນຕ້ອງການນໍາໃຊ້ເລືອດ, ຜູ້ໃຫ້ດ້ວຍຄວາມສະໝັກໃຈທີ່ສະແດງໃຫ້ເຫັນເຖິງນໍ້າໃຈຄວາມສາມັກຄີຮັກແພງເຊິ່ງກັນແລະກັນ ເຊິ່ງພວກເຮົາຫວັງວ່າເລືອດທີ່ບໍລິຈາກໄປນັ້ນຈະມີປະໂຫຍດໃນເວລາຂາດແຄນເລືອດ ແລະ ເຫດສຸກເສີນຕ່າງໆໄດ້ເປັນຢ່າງດີ. 

ສຸວັນນີໂຮມເຊັນເຕີ ຈະຢູ່ຄຽງຂ້າງສັງຄົມລາວຕະຫຼອດໄປ.

ຂ່າວສານອື່ນໆ