ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມໃຈ ກັບ ຜູ້ຈໍາໜ່າຍສິນຄ້າ ມອບຄວາມຊ່ວຍເຫຼືອບັນເທົາທຸກ ຜູ່ປະສົບໄພພິບັດ ທີ່ເຂື່ອນເຊປຽນ-ເຊນໍ້ານ້ອຍ ເມືອງ ສະໜາມໄຊ, ແຂວງ ອັດຕະປື ຄັ້ງທີ 4
01-01-1970 3642, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮູ້ສຶກເສຍໃຈ ແລະ ຫ່ວງໃຍ ຕໍ່ເຫດການໄພພິບັດທີ່ເກີດຂື້ນ ທີ່ເຂື່ອນເຊປຽນ-ເຊນໍ້ານ້ອຍ ເມືອງ ສະໜາມໄຊ, ແຂວງ ອັດຕະປື ໃນວັນທີ 23 ເດືອນ ກໍລະກົດ ປີ 2018 ທີ່ຜ່ານມາ ເຊິ່ງເຮັດໃຫ້ເກີດຄວາມສູນເສຍຢ່າງຫຼວງຫຼາຍ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບຜົນກະທົບເຊັ່ນ: ທີ່ຢູ່ອາໄສ, ໂຮງຮຽນ ເປັນຕົ້ນ... ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມໃຈ ກັບ ຜູ້ຈໍາໜ່າຍສິນຄ້າ ທີ່ເປັນພັນທະມິດກັບທາງຮ້ານທີ່ດີສະເໝີມາຈຶ່ງໄດ້ລວບລວມເຄື່ອງຊ່ວຍເຫຼືອ ແລະ ສິ່ງຂອງທີ່ຈໍາເປັນເພື່ອມາບັນຄວາມສູນເສຍທີ່ເກີດຂື້ນຄັ້ງນີ້ເຊິ່ງລວມມີ ປະເພດ: ຖັງນໍ້າ , ໂປ້ມນໍ້າ, ຖັງບໍາບັດ, ຫົວສຸຂະພັນ, ຊຸດອ່າງລ້າງມື, ສີ, ຊຸດຜ້າຫົ່ມ... ລວມມູນຄ່າ 200,000,000 ກີບ (ການຊ່ວຍເຫຼືອໃນຄັ້ງນີ້ເປັນຄັ້ງທີ 4) ແລະ ພິທີ່ມອບຮັບເຄື່ອງຊ່ວຍເຫຼືອ ໄດ້ຈັດຂື້ນໃນວັນທີ 26/09/2018 ທີ່ ສະໜາມກິລາໃນຮົ່ມ ແຂວງ ອັດຕະປື ເຊິ່ງມີຫຼາຍໆພາກສ່ວນທີ່ເຂົ້າຮ່ວມ ແລະ ຕາງໜ້າມອບໂດຍ

ທ່ານ ພັນໂນລາ ສຸຄະບັນດິດ ຮອງຜູ່ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີີ ມະຫາຊົນ

ທ່ານ ອາທິບ ມີໄຊສຸວັນ ຜູ່ຈັດການ ຝ່າຍຕ່າງປະເທດ ບໍລິສັດ Thammasorn (DOS) Group

ທ່ານ ສີວິໄລ ຈັນທະວົງ ຜູ່ຈັດການ ບໍລິສັດ ສຸວັນນີ ໂຮມເຊັນເຕີີ ມະຫາຊົນ ສາຂາ ປາກເຊ

ໃນການຮັບເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນຕາງໜ້າຮັບໂດຍ

ທ່ານ ເລັດ ໄຊຍະພອບ ເຈົ້າແຂວງ ແຂວງ ອັດຕະປື

ທ່ານ ທະນູໄຊ ບັນຊາລິດ ຫົວໜ້າຫ້ອງວ່າການ ແຂວງ ອັດຕະປື

ທ່ານ ນາງ ພອນມະນີ ຮອງປະທານສະພາ ແຂວງ ອັດຕະປື

ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າພະແນກກະສິກຳ ແຂວງ ອັດຕະປື

ທ່ານ ຈັນສະໝອນ ຮອງຫົວໜ້າພະແນກການຕ່າງປະເທດ ແຂວງ ອັດຕະປື

ທ່ານ ຄໍາຫວັນ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງ ອັດຕະປື

ໃນພິທີການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ທ່ານ ພັນໂນລາ ສຸຄະບັນດິດ ຮອງຜູ່ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີີ ມະຫາຊົນ ໄດ້ກ່າວສະແດງເຖິງຄວາມຫ່ວງໃຍຕໍ່ເຫດການທີ່ເກີດຂື້ນ ແລະ ກ່າວຂອບໃຈທຸກພາກສ່ວນທີໄດ້ສະລະເວລາອັນມີຄ່າເຂົ້າຮ່ວມໃນພິທີ່ມອບຮັບເຄື່ອງຊ່ວຍເຫລືອດັ່ງກ່າວ ແລະ ທຸກພາກສ່ວນທີ່ອໍານວຍຄວາມສະດວກໃນການຈັດພິທີ່ໃນຄັ້ງນີ້ ພ້ອມທັງອວຍໄຊໃຫ້ພອນ ໃຫ້ທຸກພາກສ່ວນ

ສຸວັນນີ ໂຮມເຊັນເຕີ ຈະຢູ່ຄຽງຂ້າງສັງຄົມລາວ ຕະຫຼອດໄປ

ຂ່າວສານອື່ນໆ