ໂຄງການ “ສ້າງຮອຍຍິ້ມດ້ວຍການແບ່ງປັນ” ປີ 2 ກິດຈະກໍາ ແບ່ງປັນຄວາມສຸກໃຫ້ນ້ອງໆນັກຮຽນ ຕ້ອນຮັບວັນທີ 01 ມີຖຸນາ ປີ 2018
01-01-1970 1594, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

         ວັນທີ 31 ພຶດສະພາ 2017 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ທະນາຄານ ກຸງສີອະຍຸດທະຍາ ໄດ້ຮ່ວມມອບຄວາມສຸກໃຫ້ແກ່ນ້ອງໆນັກຮຽນ ຈາກ ໂຮງຮຽນ ປະຖົມສົມບູນ ໜອງແຫ້ວ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ ພ້ອມດ້ວຍຄູອາຈານລວມທັງໝົດ ຈໍານວນ 60 ຄົນ ເພື່ອເປັນການຕ້ອນຮັບ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2018 ທີ່ຈະມາເຖິງນີ້ ໂດຍຜ່ານ "ໂຄງການ:ສ້າງຮອຍຍິ້ມດ້ວຍການແບ່ງປັນ" ຂອງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ. ກິດຈະກໍາດັ່ງກ່າວແມ່ນໄດ້ຈັດຂື້ນຢູ່ທີ່ ສູນການຄ້າວຽງຈັນເຊັນເຕີ ໂດຍການນໍານ້ອງໆນັກຮຽນເຂົ້າຊົມຮູບເງົາ ພ້ອມດ້ວມຄະນະ ແລະ ພະນັກງານທັງສອງພາກສ່ວນ.

        ນອກຈາກນີ້, ຍັງມີການແຈກເຂົ້າໜົມ, ເຄື່ອງດື່ມ ເຊິ່ງເຮັດບັນຍາກາດເຕັມໄປດ້ວຍຮອຍຍິ້ມ ແລະ ຄວາມສຸກຈາກນ້ອງໆນັກຮຽນທີ່ເຂົ້າຮ່ວມກິດຈະກໍາໃນຄັ້ງນີ້ ທີ່ເຫັນໄດ້ຈາກຮອຍຍິ້ມຂອງນ້ອງໆນັກຮຽນ.

ສຸວັນນີ ໂຮມເຊັນເຕີ ຈະຢູ່ຄຽງຄູ່ສັງຄົມລາວຕະຫຼອດໄປ

ຂ່າວສານອື່ນໆ