
ໃນວັນພຸດ ວັນທີ 29 ທັນວາ 2021, ທີ່ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ໄດ້ຈັດພິທີມອບຮັບລາງວັນທຸລະກິດຊັ້ນນໍາດີເດັ່ນ ສຄອຊ ໃນໄລຍະໂຄວິດ-19 ປະຈໍາປີ 2021.
ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຈັດພິທີ ມອບລາງວັນທຸລະກິດຊັ້ນນໍາດີເດັ່ນ ໃຫ້ບັນດານັກທຸລະກິດລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ, ຊ່ວຍເຫຼືອສັງຄົມ ໃນໄລຍະໂຄວິດ-19 ປີ 2021 ຕາງໜ້າມອບໂດຍ ທ່ານ ຄໍາແພງ ໄຊສົມແພງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ.
ພາຍໃນງານມີບໍລິສັດເຂົ້າຮ່ວມທັງໝົດ 106 ບໍລິສັດ ຈາກ 6 ແຂວງ ເຊັ່ນ: ແຂວງ ສາລະວັນ, ແຂວງຈໍາປາສັກ, ແຂວງສະຫວັນນະເຂດ, ແຂວງບໍລິຄໍາໄຊ, ແຂວງຫຼວງນໍ້າທາ ແລະ ແຂວງນະຄອນຫຼວງວຽງຈັນ ໂດຍແບ່ງອອກເປັນ 13 ຂະແໜງການ. ເຊິ່ງ ໃນນັ້ນ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ຮັບກຽດເຂົ້າຮ່ວມພິທີມອບຮັບລາງວັນ ແລະ ກໍໄດ້ຮັບລາງວັນທຸລະກິດຊັ້ນນໍາດີເດັ່ນປະຈໍາປີ 2021