ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຈັດກິດຈະກໍາ ສໍາມະນາ ແລະ ການແຂ່ງຂັນຕອບຄໍາຖາມຊິງທຶນການສຶກສາ
01-01-1970 3549, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

          ໃນວັນທີ 02 ກຸມພາ ປີ 2018 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ຈັດງານສໍາມະນາ ແລະ ກິດຈະກໍາ ການແຂ່ງຂັນຕອບຄໍາຖາມຊິງທຶນການສຶກສາ ລວມມູນຄ່າຫຼາຍກວ່າ 2,000,000 ກີບ ແລະ ມອບ ທຶນການສຶກສາ ໃຫ້ແກ່ໂຮງຮຽນທີ່ເຂົ້າຮ່ວມຄື: ໂຮງຮຽນ ວິຊາຊີບ ເຕັກນິກປາກປ່າສັກ ແລະ ສູນພັດທະນາຝີມືແຮງງານ ນະຄອນຫຼວງວຽງຈັນ, ເຊິ່ງງານດັ່ງກ່າວ ຈັດຂື້ນຢູ່ທີ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ສາຂາ ໂຊກໃຫຍ່ (ເສັ້ຍທາງ 450 ປີ) ເນື່ອງໃນໂອກາດສະຫຼອງຄົບຮອບ ສຸວັນນີ ໂຮມເຊັນເຕີ ສາຂາ ໂຊກໃຫຍ່ ຄົບຮອບ 1 ປີ, ເຊິ່ງມີບັນດາຄູອາຈານ ແລະ ນັກສຶກສາເຂົ້າຮ່ວມຫຼາຍກວ່າ 100 ຄົນ ເຮັດໃຫ້ບັນຍາກາດພາຍໃນງານເຕັມໄປດ້ວຍຄວາມມ່ວນຊື່ນ. ນອກຈາກນີ້, ນ້ອງໆທີ່ເຂົ້າຮ່ວມຍັງໄດ້ຮ່ວມກິດຈະກໍາ ແລະ ໄດ້ຄວາມຮູ້ກ່ຽວກັບສິນຄ້າທຸກປະເພດທີ່ມີຂາຍໃນຮ້ານ ອີກດ້ວຍ.

ຂ່າວສານອື່ນໆ