“ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ” ມອບເງິນສົດ ແລະ ອຸປະກອນກໍ່ສ້າງ ໃຫ້ ໂຮງຮຽນ ປະຖົມສົມບູນ ບ້ານ ໂພນພິມ ເມືອງ ທ່າແຂກ ແຂວງ ຄໍາມ່ວນ
13-05-2021 1475, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

“ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ” ມອບເງິນສົດ ແລະ ອຸປະກອນກໍ່ສ້າງ ໃຫ້ ໂຮງຮຽນ ປະຖົມສົມບູນ ບ້ານ ໂພນພິມ ເມືອງ ທ່າແຂກ ແຂວງ ຄໍາມ່ວນ

          ບໍລິສັດ ສຸວັນນີ ໂຮມເຊັນເຕີ ເປັນ ບໍລິສັດ ທີ່ເຮັດທຸລະກິດກ່ຽວກັບ ການຂາຍວັດສະດຸກໍ່ສ້າງ, ທີ່ໄດ້ມີການຊ່ວຍເຫຼືອສັງຄົມຜ່ານໂຄງການ “ສ້າງຮອຍຍິ້ມດ້ວຍການແບ່ງປັນ”. ຜ່ານມາໄດ້ມີການຊ່ວຍເຫຼືອໂຮງຮຽນຫຼາຍໆແຫ່ງ ແລະ ໂຮງຮຽນປະຖົມສົມບູນ ບ້ານໂພນພິມ ກໍ່ເປັນອີກໂຮງຮຽນໜຶ່ງ ທີ່ ບໍລິສັດສຸວັນນີ ໄດ້ໃຫ້ການຊ່ວຍເຫຼືອ.

         ໃນວັນທີ 13 ພຶດສະພາ 2021 ທີ່ຜ່ານມາ ເພື່ອເປັນການປະກອບສ່ວນໃນການກໍ່ສ້າງກໍາແພງໂຮງຮຽນ ເຮັດໃຫ້ນັກຮຽນມີຄວາມປອດໄພ ແລະ ມີຄວາມເປັນລະບຽບ

ພວກເຮົາຂໍສ່ວນໜຶ່ງໃນການປະກອບສ່ວນ ຕ່າງໜ້າຜູ້ບໍຫານ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໂດຍ ທ່ານ ຄໍາສຸກ ສຸວັນນະດາລາ ຜູ້ຈັດການປະຈໍາສາຂາ ທ່າແຂກ ມອບເງິນສົດ ແລະ ອຸປະກອນກໍ່ສ້າງ ລວມມູນຄ່າ 6,350,000 ກີບ ໃຫ້ ໂຮງຮຽນ ປະຖົມສົມບູນ ບ້ານ ໂພນພິມ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ ຕ່າງຫນ້າຮັບ ໂດຍ ທ່ານ ແກ້ວອຸດອນ ນາຍບ້ານ ບ້ານ ໂພນພີມ ພ້ອມດ້ວຍ ທ່ານ ນາງ ເພັດສະໄໝ ຜູ້ອຳນວຍການ ໂຮງຮຽນປະຖົມ ສົມບູນ ບ້ານ ໂພນພີມ.

 22

ຂ່າວສານອື່ນໆ