ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ສີ TOA ແຈກໂຊກ ວັນທີ 14/05/2018
01-01-1970 2212, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

          ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ສີ TOA ເຊິ່ງເປັນຜູ້ສະໜອງທີ່ຜະລິດ ແລະ ຈຳໜ່າຍສິນຄ້າປະເພດ ສີທາພາຍນອກ, ສີທາພາຍໃນ ແລະ ສິນຄ້າອີກຫຼາຍລາຍການ ໄດ້ມີການຈັບສະຫຼາກແຈກໂຊກຫາລູກຄ້າລູກຄ້າຜູ້ທີ່ໂຊກດີໃນວັນທີ 14/05/2018 ທີ່ສຸວັນນີ ໂຮມເຊັນເຕີ ສາຂາ ໂຊກໃຫຍ່, ເພື່ອເປັນການຄືນກຳໄລໃຫ້ແກ່ລູກຄ້າທີ່ມາຊື້ຜະລິດຕະພັນຂອງ TOA ທີ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໂດຍການມອບໂຊກໃນຄັ້ງນີ້ຂອງລາງວັນລວມທັງໝົດ 12 ລາງວັນ:

 

- ລາງວັນທີ1: ໂທລະພາບສີ 32 ນີ້ວ ໂຕຊິບາ 1 ໜ່ວຍ ຈໍານວນ 1 ລາງວັນ

- ລາງວັນທີ2: ຕູ້ເຢັນ HAIER 1 ໜ່ວຍ ຈໍານວນ 1 ລາງວັນ

- ລາງວັນທີ3: ເຄື່ອງຊັກຜ້າ SAMSUNG 1 ໜ່ວຍ ຈໍານວນ 1 ລາງວັນ

- ລາງວັນທີ4: ເຕົາໄມໂຄເວັບ SAMSUNG 1 ໜ່ວຍ ຈໍານວນ 3 ລາງວັນ

- ລາງວັນທີ5: ພັດລົມ HATARI 1 ໜ່ວຍ ຈໍານວນ 3 ລາງວັນ

- ລາງວັນທີ6: ໝໍ້ຫຸງເຂົ້າ TOSHIBA 1 ໜ່ວຍ ຈໍານວນ 3 ລາງວັນ

ໂດຍກະຕິກາງ່າຍໆ ຊື້ສີ TOA ທຸກລຸ້ນ ຄົບມູນຄ່າ 250,000 ກີບ ຮັບຄູປ໋ອງທັນທີ 1 ໃບ ນັບຕັ້ງແຕ່ວັນທີ 1/3/2018 ຈົນເຖິງວັນທີ 30/04/2018.

ຂ່າວສານອື່ນໆ