ໂຄງການ “ສ້າງຮອຍຍິ້ມດ້ວຍການແບ່ງປັນ” ປີ 2
01-01-1970
1964,
ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ວັນທີ 16 ເດືອນ ທັນວາ 2017 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ລົງມອບເຄື່ອງ ບັນເທົາທຸກ ປະເພດເຄື່ອງນຸ່ງຫົ່ມໃຫ້ແກ່ປະຊາຊົນ, ອຸປະກອນການຮຽນການສອນໃຫ້ແກ່ນັກຮຽນ ແລະ ຄູອາຈານ, ອາຫານແຫ້ງ ແລະ ຜ້າຫົ່ມ ຈໍານວນ 100 ຜືນ ໃຫ້ແກ່ ບ້ານ ນາທອງ, ເມືອງ ຫີນເຫີບ, ແຂວງ ວຽງຈັນ
ເພື່ອເປັນການບັນເທົາຄວາມທຸກໃຫ້ພໍ່ແມ່ພີ່ນ້ອງ ບ້ານ ນາທອງ ແລະ ນ້ອງໆນັກຮຽນ ໂຮງຮຽນ ປະຖົມ ນາທອງ ທີ່ກໍາລັງປະສົບກັບໄພໜາວ. ໃນການເດີນທາງໄປມອບເຄື່ອງຊ່ວຍເຫຼືອຄັ້ງນີ້ ນໍາພາໂດຍ ທ່ານ ກົດສະດາ ສຸຄະບັນດິດ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີມະຫາຊົນ ແລະ ມີປະຊົນຊົນທີ່ມາລໍຖ້າ ແລະ ໄດ້ຮັບເຄື່ອງຊ່ວຍເຫຼືອ 61 ຫຼັງຄາ, 71 ຄອບຄົວ, 221 ຄົນ, ນັກຮຽນ 46 ຄົນ, ເຊິ່ງຕາງໜ້າຮັບເຄື່ອງຊ່ວຍເຫຼືອໂດຍ ນາຍບ້ານ ແລະ ຄູອາຈານ.
ສຸວັນນີ ໂຮມເຊັນເຕີ ຈະຢູ່ຄຽງຄູ່ສັງຄົມລາວຕະຫຼອດໄປ.
ຂ່າວສານແນະນໍາ
ຂ່າວສານອື່ນໆ