ໂຄງການ “ສ້າງຮອຍຍິ້ມດ້ວຍການເເບ່ງປັນ” ຜ່ານກິດຈະກຳ “ສ້າງພື້ນທີ່ແຫ່ງຮອຍຍິ້ມ”
04-01-2023
1056,
ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ໂຄງການ ສ້າງຮອຍຍິ້ມດ້ວຍການແບ່ງປັນ ເປັນສ່ວນໜຶ່ງໃນພາລະກິດທີ່ສໍາຄັນຂອງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ເຊິ່ງໃນປີ 2022 ໂດຍສ້າງຕັ້ງຂຶ້ນ ເພື່ອຜັນຂະຫຍາຍພາລະກິດ “ຮັກສາທຸກຜົນປະໂຫຍດ ຂອງທຸກພາກສ່ວນ ທີ່ມີສ່ວນໄດ້ສ່ວນເສຍກັບບໍລິສັດ ພ້ອມກັບປະກອບສ່ວນ ຮັບຜິດຊອບຕໍ່ສັງຄົມ ແລະ ສີ່ງແວດລ້ອມ ເພື່ອພັດທະນາຕາມທິດສີຂຽວຍືນຍົງ” ເປັນໂຄງການທີ່ພວກເຮົາຕັ້ງໃຈສ້າງຕັ້ງຂຶ້ນພາຍໃຕ້ແນວຄິດສ້າງສັງຄົມແຫ່ງຈິດອາສາ ແລະ ການໃຫ້, ມີເປົ້າໝາຍເພື່ອພັດທະນາສັງຄົມ-ສິ່ງແວດລ້ອມດີຂຶ້ນແບບຍືນຍົງ ດ້ວຍການຊ່ວຍເຫຼືອສັງຄົມໃນດ້ານຕ່າງໆເຊັ່ນ: ການອະນຸລັກ ແລະ ພັດທະນາສິ່ງແວດລ້ອມ, ດ້ານສຸຂະພາບ, ດ້ານການສຶກສາ-ກິລາ ແລະ ການຊ່ວຍເຫຼືອອື່ນໆ
ຂ່າວສານແນະນໍາ
ຂ່າວສານອື່ນໆ