ກອງປະຊຸມສາມັນຜູ້ຖືຮຸ້ນ ຂອງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ປະຈໍາປີ 2018 (ວັນທີ 05 ເມສາ ປີ 2019)
01-01-1970 1436, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

     ໃນວັນທີ 05 ເດືອນ ເມສາ ປີ 2019 ທີ່ຜ່ານມາ, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ (SVN) ໄດ້ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2018, ໂດຍການເຂົ້າຮ່ວມຂອງ ຄະນະສະພາບໍລິຫານ ຂອງບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ.

     ເຊິ່ງໃນທີ່ປະຊຸມໄດ້ມີການສະຫຼຸບຜົນການດໍາເນີນງານຂອງປີ 2018 ທີ່ຜ່ານມາ ແລະ ແຜນການປະຕິບັດງານໃນອານາຄົດຂອງບໍລິສັດໃຫ້ແກ່ຜູ້ຖືຮຸ້ນໄດ້ຮັບຮູ້. ນອກຈາກນີ້, ກອງປະຊຸມຍັງໄດ້ຕົກລົງມະຕິຮັບຮອງ ແລະ ແຕ່ງຕັ້ງຄະນະສະພາບໍລິຫານ ແທນ ຄະນະສະພາບໍລິການເກົ່າທີ່ຄົບວາລະ, ໃນກອງປະຊຸມຍັງໄດ້ອະນຸມັດວາລະການເບີກຈ່າຍເງິນປັນຜົນໃຫ້ແກ່ຜູ້ຖືຮຸ້ນ, ການປ່ຽນແປງລະບຽບການຂອງບໍລິສັດ ແລະ ວາລະອື່ນໆອີກ.

     ກອງປະຊຸມ ສາມັນຜູ້ຖືຮຸ້ນ ປະຈຳປີ 2018 ຂອງ ບໍລິສັດ ສຸວັນນີ ໂຮມເຊັນເຕີມະຫາຊົນ ໃນຄັ້ງນີ້ ໄດ້ຈັດຂື້ນ ທີ່ຫ້ອງປະຊຸມຊັ້ນ 8 ອາຄານຕະຫຼາດຫຼັກຊັບລາວ.

ຂ່າວສານອື່ນໆ