ໂຄງການ ສຸວັນນີ ສ້າງຮອຍຍິ້ມດ້ວຍການເເບ່ງປັນ ຜ່ານກິດຈະກຳໃຫ້ເລືອດ ໃຫ້ຊີວິດ
27-07-2022 676, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

#ສ້າງຮອຍຍີ້ມດ້ວຍການແບ່ງປັນ#Give Blood Save Life
"ໃຫ້ເລືອດ ໃຫ້ຊິວິດ" ລວມຈຳນວນການບໍລິຈາກເລືອດໃນຄັ້ງນີ້ 100ຖົງ
...............................................................................................................
ໃນວັນທີ 27 ກໍລະກົດ 2022 ທີ່ຜ່ານມາ, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ທົ່ວປະເທດ ໄດ້ຈັດກິດຈະກຳ “Give Blood Give Life” ຫຼື “ໃຫ້ເລືອດ ໃຫ້ຊີວິດ” ຄັ້ງທີ 2 ຂອງປີ 2022. ການບໍລິຈາກເລືອດຖືວ່າແມ່ນສິ່ງທີ່ຈໍາເປັນຂອງສັງຄົມມະນຸດເຮົາ ເພື່ອຊ່ວຍເຫຼືອກອບກູ້ເອົາຊີວິດມະນຸດດ້ວຍກັນທີ່ກຳລັງຂາດເລືອດ. ມີແຕ່ເລືອດຂອງຄົນເຮົາເທົ່ານັ້ນທີ່ຈະທົດແທນເລືອດຄົນເຮົາໄດ້.


ເມື່ອເຫັນເຖິງຄວາມສໍາຄັນດັ່ງກ່າວ, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ອົງການກາແດງ ແຫ່ງ ສປປ ລາວ ກໍໄດ້ມີການບໍລິຈາກເລືອດ ປະຈຳສາຂາ 2 ຄັ້ງ/ປີ. ເຊິ່ງການບໍລິຈາກຄັ້ງນີ້ນໍາພາທາງໂດຍ ທ່ານ ວັດດານາ ສຸຂະບັນດິດ ຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ພ້ອມດ້ວຍພະນັກງານສະໝັກໃຈ ເຂົ້າຮ່ວມໃນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມໃນຄັ້ງນີ້. ທັງນີ້ກໍຂໍຊົມເຊີຍແກ່ພະນັກງານຜູ້ທີ່ເຄີຍບໍລິຈາກເປັນປະຈຳ ແລະ ໄດ້ມີພະນັກງານຜູ້ທີ່ຕັດສິນໃຈໃຫ້ບໍລິຈາກເລືອດເປັນຄັ້ງທຳອິດອີກຫຼາຍທ່ານ. ເຊິ່ງກິດຈະກຳດັ່ງກ່າວຍັງສະທ້ອນໃຫ້ເຫັນເຖິງການເສຍສະຫຼະຂອງພະນັກງານທຸກໆຄົນພາຍໃນບໍລິສັດທີ່ຕ້ອງການຊ່ວຍເຫຼືອສັງຄົມອີກດ້ວຍ.


ທ້າຍສຸດນີ້, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຍັງມີຄວາມເປັນຫ່ວງເປັນໃຍສັງຄົມ ຍິ່ງໄດ້ຮູ້ເຖິງບັນຫາການຂາດແຄນເລືອດຂອງແຕ່ລະໂຮງໝໍໃນແຕ່ລະແຂວງ ຈຶ່ງຂໍເປັນອີກສ່ວນໜຶ່ງໃນການຊ່ວຍເຫຼືອສັງຄົມ ແລະ ຂໍເຊີນຊວນໃຫ້ຜູ້ອ່ານທຸກໆທ່ານຮ່ວມໃຈກັນບໍລິຈາກເລືອດ ກັບຈຸດທີ່ໃຫ້ບໍລິການໃນເຂດໃກ້ຄຽງ.
ສຸວັນນີ ໂຮມເຊັນເຕີ ຈິນຕະນາການທີ່ເປັນໄປໄດ້

ຂ່າວສານອື່ນໆ