ຄົບຮອບ 30 ປີ ສຸວັນນີ ແຈກໂຊກ ທຸກສາຂາ ລວມມູນຄ່າຫຼາຍກວ່າ 120,000,000 ກີບ
01-01-1970 2271, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

         ເພື່ອເປັນການສະຫຼອງ ຄົບຮອບ 30 ປີ ທີ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຢູ່ຄຽງຄູ່ສັງຄົມລາວຕະຫຼອດມາ ແລະ ເພື່ອເປັນການຕອບແທນລູກຄ້າທີ່ໃຫ້ການສະໜັບສະໜູນສຸວັນນີດ້ວຍດີຕະຫຼອດມາ.

          ທາງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ຈັດກິດຈະກໍາ "ຄົບຮອບ 30 ປີສຸວັນນີ ແຈກໂຊກ" ທີ່ລວມລາງວັນທັງໝົດຫຼາຍກວ່າ 231 ລາງວັນ ແລະ ລວມມູນຄ່າຫຼາຍກວ່າ 120,000,000 ກີບ ພຽງແຕ່ຊື້ສິນຄ້າ ທຸກປະເພດ ທີ່ ສຸວັນນີໂຮມເຊັນເຕີ ທຸກສາຂາ ຄົບທຸກ 250,000ກີບ ຮັບຄູປ່ອງລຸ້ນໂຊກ 1 ໃບ (ຊື້ທີ່ສາຂາໃດ ມີສິດລຸ້ນໂຊກທີ່ສາຂານັ້ນ). ເຊິ່ງໄດ້ທໍາການຈັບສະຫຼາກດັ່ງນີ້:

- ສາຂາ ໂພນຕ້ອງ ວັນທີ 08/07/2018 ທີ່ ສາຂາ ໂພນຕ້ອງ

- ສາຂາ ສີໄຄ ວັນທີ 08/07/2018 ທີ່ ສາຂາ ສີໄຄ

- ສາຂາ ໂຊກໃຫຍ່ ວັນທີ 08/07/2018 ທີ່ ສາຂາ ໂຊກໃຫຍ່

- ສາຂາ ປາກຊັນ ວັນທີ 07/07/2018 ທີ່ ສາຂາ ປາກຊັນ

- ສາຂາ ປາກເຊ ວັນທີ 07/07/2018 ທີ່ ສາຂາ ປາກເຊ

(ພາບສ່ວນໜຶ່ງຂອງຜູ່ໂຊກດີ)

ຂ່າວສານອື່ນໆ