
ຮ່ວມໃຈຕ້ານໄພ COVID-19
ຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນປັດຈຸບັນ ເຫັນໄດ້ວ່າມີການແຜ່ລະບາດເພີ່ມຂຶ້ນຫຼາຍ ແລະ ຕົວເລກຜູ້ຕິດເຊື້ອສູງຂຶ້ນ ຊຶ່ງເຮັດໃຫ້ໂຮງໝໍ ແລະ ສະຖານທີ່ປິ່ນປົວບໍ່ພຽງພໍໃນການຮອງຮັບຜູ້ປ່ວຍ ຈຶ່ງໄດ້ມີການສ້າງໂຮງໝໍສະໜາມຂຶ້ນ ເພື່ອຮອງຮັບຜູ້ປ່ວຍ ແລະ ເຫັນໄດ້ເຖິງການປະກອບສ່ວນຂອງຫຼາຍໆພາກສ່ວນທີ່ຮ່ວມແຮງຮ່ວມໃຈໃນການມີສ່ວນຮ່ວມຕໍ່ສັງຄົມ
ໃນວັນທີ 6 ພຶດສະພາ 2021 ທີ່ຜ່ານມາ ໄດ້ມີການ ຮ່ວມມືລະຫວ່າງ ບໍລິສັດ ທຳມະສອນ ຈໍາກັດ ( DOS ) ກັບ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ເປັນສ່ວນໜຶ່ງໃນການປະກອບສ່ວນສ້າງໂຮງໝໍສະໜາມສູນກິລາໃນຮົ່ມລ້ານຊ້າງ ທີ່ໃຊ້ເປັນສະຖານທີປິ່ນປົ່ວຜູ້ຕິດເຊື້ອພະຍາດ COVID-19, ຕາງໜ້າມອບໂດຍທ່ານ ອາທິບ ມີໄຊສຸວັນ ຜູ້ຈັດການທົ່ວໄປ ບໍລິສັດ ທຳມະສອນ ຈໍາກັດ ແລະ ທ່ານ ມະໂນເດັດ ລັດຕະນະວົງ ຜູ້ຈັດການ ສາຂາ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ພ້ອມດ້ວຍຄະນະ. ໄດ້ເຂົ້າມອບຖັງເກັບນ້ຳ ຂະໜາດ 2000 ລິດ ຈໍານວນ 10 ຖັງລວມມູນຄ່າ 17,500,000 ກີບ ທີ່ຫ້ອງການວ່າການສຳນັກນາຍົກ ຕາງໜ້າຮັບໂດຍ ທ່ານ ນາງ ສິດທິພອນ ສິດທິລາດ ຫົວໜ້າຂະແໜງ ບໍລິຫານ-ຄຸ້ມຄອງ