
ວັນທີ 03 ແລະ 04 ພະຈິກ 2018 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ເຂົ້າຮ່ວມ ງານເປີດໂລກແຫ່ງການລົງທຶນ ປະຈຳປີ 2018 (Investment Gateway 2018 ) ພາຍໃຕ້ຫົວຂໍ້: “ປັບໂລກະທັດໃໝ່ເພື່ອເຕີບໃຫ່ຍໃນຕະຫຼາດທຶນ” ທີ່ສູນການຄ້າ ວຽງຈັນເຊັນເຕີ.
ໂດຍການຈັດຂຶ້ນພາຍໃຕ້ການຮ່ວມມືລະຫວ່າງ ຕະຫຼາດຫຼັກຊັບລາວ(ຕລຊລ), ທະນາຄານແຫ່ງສປປ ລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ບໍລິິສັດຈົດທະບຽນ, ບໍລິສັດຫຼັກຊັບ, ບໍລິສັດກວດສອບ, ບໍລິສັດທີ່ປຶກສາທາງດ້ານກົດໝາຍ ແລະ ບັນດາບໍລິສັດເປົ້າໝາຍກຽມເຂົ້າຈົດທະບຽນ ຫຼາຍກວ່າ 17 ບໍລິສັດ.
ພາຍໃນງານຈະປະກອບມີການສຳມະນາຈາກຜູ້ທີ່ມີປະສົບການສູງດ້ານວຽກງານຫຼັກຊັບຈາກທັງພາຍໃນ ແລະ ຕ່າງປະເທດ ເພື່ອເປີດໂອກາດໃຫ້ເເກ່ຫົວໜ່ວຍທຸລະກິດ ລວມທັງນັກລົງທຶນ ເເລະ ມວນຊົນທົ່ວໄປ ໄດ້ສຶກສາແນວຄິດໃໝ່ໆເພື່ອການລົງທຶນແບບມືອາຊີບໃຫ້ທັນກັບຍຸກທີ່ມີການຂະຫຍາຍຕົວໃນປັດຈຸບັນ.
ສຸວັັນນີ ໂຮມເຊັນເຕີ ຈິນຕະນາການທີ່ເປັນໄປໄດ້.