ພິທິເຊັນສັນຍາ
10-11-2021 1227, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

 

       ໃນວັນທີ 10 ພະຈິກ 2021 ທີ່ຜ່ານມາ ກົມສວຍສາອາກອນ  ກະຊວງການເງີນ ໄດ້ຈັດຕັ້ງພິທີເຊັນສັນຍາ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ, ຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານພາສີ-ອາກອນຕໍ່ຫົວໜ່ວຍທຸລະກິດນຳເຂົ້າ-ສົ່ງອອກສິນຄ້າ ແລະ ເຄື່ອງຂອງ.

      ສະນັ້ນ, ກະຊວງການເງິນ, ໄດ້ມີການປຶກສາຫາລື, ຄົ້ນຄວ້າກົນໄກການຄຸ້ມຄອງ, ອໍານວຍຄວາມສະດວກດ້ານພາສີ-ອາກອນ, ການຄ້າ, ການລົງທຶນໃຫ້ຫົວໜ່ວຍທຸລະກິດນຳເຂົ້າ-ສົ່ງອອກສິນຄ້າ ແລະ ເຄື່ອງຂອງ. ຜ່ານດ່ານຊາຍແດນ ພ້ອມທັງການສ້າງຄວາມສະດວກສະບາຍໃນການຊໍາລະອາກອນຂອງຫົວໜ່ວຍທຸລະກິດຜ່ານລະບົບ TaxRis.

 

     ສໍາລັບບໍລິສັດທີ່ເຂົ້າຮ່ວມຕ້ອງປະກອບເງື່ອນໄຂ ແລະ ມາດຖານຄົບຖ້ວນ ຕາມຄໍາແນະນໍາຂອງກະຊວງການເງິນ ສະບັບເລກທີ 4490/ກງ, ລົງວັນທີ 14 ກັນຍາ 2021 ໂດຍຈະໄດ້ຮັບການອຳນວຍຄວາມສະດວກຈາກລັດ ໃນການດໍາເນີນການກວດກາສິນຄ້າ, ການຮັບຮອງເອກະສານ ການແຈ້ງພາສີລ່ວງໜ້າຕາມລະບຽບການເຊັ່ນ: ການກວດກາຂໍ້ມູນ, ເອກະສານແຈ້ງພາສີ, ການກວດກາສິນຄ້າເຄື່ອງຂອງຕົວຈິງຢູ່ດ່ານພາສີສາກົນ, ການກວດກາສິນຄ້າເຄື່ອງຂອງລົງສາງຂອງບໍລິສັດ, ການອຳນວຍຄວາມສະດວກນອກໂມງລັດຖະການ ແລະ ສ້າງຜູ້ປະກອບການຕົວແບບ .

 

      ໂດຍຕາງໜ້າຂອງກະຊວງການເງີນເຊັນສັນຍາ ໂດຍທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດທະມົນຕີ ກະຊວງການເງີນ ແລະ ຕາງໜ້າ ບໍລິສັດ ສຸວັນນີ ໂຮມເຊັນເຕີ ໂດຍທ່ານ ວັດດານາ ສຸຄະບັນດິດ ຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ.

Other News