ໃຫ້ເລືອດ ໃຫ້ຊີວິດ
09-02-2022 816, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

 

ໃນວັນທີ 9 ກຸມພາ 2022 ທີ່ຜ່ມາ, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ສຳນັກງານໃຫຍ່ຮ່ວມກັບສາຂານະຄອນຫຼວງ ຈັດກິດຈະກຳ “Give Blood Give Life” ຫຼື “ໃຫ້ເລືອດ ໃຫ້ຊີວິດ” ກັບ “ສູນບໍລິຈາກເລືອດແຫ່ງຊາດ” ເຊິ່ງເປັນກິດຈະກໍາທີ່ທາງ ບໍລິສັດ ຈັດຂຶ້ນມາເປັນປະຈໍາທຸກໆປີ. ເຊິ່ງນໍາພາທາງໂດຍ ທ່ານ ວັດດານາ ສຸຂະບັນດິດ ຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ, ທ່ານ ພັນໂນລາ ສຸຂະບັນດິດ ຮອງຜູ້ອໍານວຍການໃຫຍ່ ຜູ້ອຳນວຍການຝ່າຍການເງິນ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ພ້ອມດ້ວຍພະນັກງານສະໝັກໃຈເຂົ້າຮ່ວມໃນການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມໃນຄັ້ງນີ້.

                                                                                

ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຍາມໃດກໍຄຳນຶງເຖິງການຊ່ວຍເຫຼືອສັງຄົມໃນທຸກໆດ້ານ ໂດຍສະເພາະ ການຊ່ວຍເຫຼືອເພື່ອໃຫ້ຊີວິດແກ່ຜູ້ຄົນທີ່ມີຄວາມຈຳເປັນໃນການນຳໃຊ້ເລືອດເພື່ອປິ່ນປົວພະຍາດຂອງຕົນ, ໂດຍ 1 ຄົນ ທີ່ໃຫ້ບໍລິຈາກເລືອດສາມາດຊ່ວຍເຫຼືອໄດ້ເຖິງ 3 ຄົນ. ເຊິ່ງກິດຈະກຳດັ່ງກ່າວຍັງສະທ້ອນໃຫ້ເຫັນເຖິງການເສຍສະຫຼະຂອງພະນັກງານທຸກໆຄົນພາຍໃນບໍລິສັດທີ່ຕ້ອງການຊ່ວຍເຫຼືອສັງຄົມອີກດ້ວຍ.
ທ້າຍສຸດນີ້, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຍັງມີຄວາມເປັນຫ່ວງເປັນໃຍສັງຄົມຍິ່ງຂຶ້ນ ໃນຊ່ວງການລະບາດຂອງພະຍາດ COVID-19 ນີ້, ໄດ້ຮູ້ເຖິງບັນຫາການຂາດແຄນເລືອດຂອງແຕ່ລະໂຮງໝໍໃນແຕ່ລະແຂວງ ຈຶ່ງຂໍເປັນອີກສ່ວນໜຶ່ງໃນການຊ່ວຍເຫຼືອສັງຄົມ ແລະ ຂໍເຊີນຊວນໃຫ້ຜູ້ອ່ານທຸກໆທ່ານຮ່ວມໃຈກັນບໍລິຈາກເລືອດ ກັບຈຸດທີ່ໃຫ້ບໍລິການໃນເຂດໃກ້ຄຽງ ຢ່າງມີມາດຕະການປ້ອງກັນພະຍາດການແຜ່ລະບາດດັ່ງກ່າວ, ເພື່ອໃຫ້ສັງຄົມລາວເຮົາຜ່ານພົ້ນວິກິດນີ້ໄປພ້ອມໆກັ

                                                          

                                                       

                                                        

                                                        

                                                        

                                                        

Other News