ສຸວັນນີຄຽງຂ້າງສັງຄົມລາວ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ອົງການກາແດງລາວ
22-02-2022 806, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ຈາກສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ມີຜົນກະທົບຕໍ່ການດຳລົງຊີວິດຂອງຫຼາຍຄອບຄົວໃນທົ່ວປະເທດ. ການຊ່ວຍເຫຼືອ ແລະ ຫຼຸດຜ່ອນການແຜ່ລະບາດຂອງພະຍາດດັ່ງກ່າວ ກໍຍັງເປັນສິ່ງທີ່ທຸກຄົນຕ້ອງຮ່ວມໃຈກັນປະຕິບັດ.
ໃນວັນທີ 22 ກຸມພາ 2022 ທີ່ຜ່ານມາ ຕາງໜ້າບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ທ່ານ ອິນທິລາດ ທໍາມະວົງ ຜູ້ຈັດການຝ່າຍບຸກຄົນ ເຂົ້າມອບເຄື່ອງຊ່ວຍເຫຼືອ (ບໍລິໂພກ) ໃຫ້ແກ່ ອົງການການແດງແຫ່ງ ສປປ ລາວ ເຊິ່ງກ່າວຮັບໂດຍ ທ່ານ ຮສ.ດຣ. ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງ ສປປ ລາວ ພ້ອມຄະນະ ເພື່ອເກັບຮວບຮວມ ແລະ ນຳວັດຖຸ-ປັດໃຈຕ່າງໆ ເຂົ້າຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. ດັ່ງນັ້ນ, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ມີຄວາມຍິນດີ ແລະ ພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫຼືອສັງຄົມໃນຄັ້ງນີ້

https://www.souvanny.la/assets/source/TK/S__12763206.jpg

Other News