
ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຈັດການປະກວດບົດຟ້ອນ ກິດຈະກໍາ "ສຸວັນນີ ຮ່ວມ ສືບສານວັດທະນະທໍາລາວ" ຕ້ອນຮັບວັທີ 1 ມິຖຸນາ ສາຂາ ປາກຊັນ ໂດຍການເຂົ້າຮ່ວມຈາກນ້ອງໂຮງຮຽນຊັ້ນອະນຸບານ ຈໍານວນ 11 ທີມ ໃນຂົງເຂດເມືອງປາກຊັນ ພ້ອມດ້ວຍຄູດ ອາຈານ ແລະ ພໍ່ແມ່ພີ່ນ້ອງ ຂອງນ້ອງໆ ທີ່ເຂົ້າຮ່ວມ.
ເພຶ່ອເປັນການຕ້ອນຮັບວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ ແຫ່ງຊາດ ປະຈຳປີ 2018 ເຊິ່ງກິດຈະກໍາໃນຄັ້ງນີ້ ເພື່ອເປັນການເປີດໂອກາດໃຫ້ນ້ອງໆນັກຮຽນ ໄດ້ສະແດງຄວາມສາມາດ, ຄວາມກ້າສະແດງອອກ ໃນເວທີແຫ່ງນີ້ ເພື່ອໃຫ້ນ້ອງໆ ໃຊ້ເວລາວ່າງໃຫ້ເກິດປະໂຫຍດ, ຮູ້ຮັກສາມັກຄີ ແລະ ເປັນທີເວີກທີ່ດີ ໃນການຢູ່ຮ່ວມກັນໃນອານາຄົດ, ຊີ່ງກິດຈະກຳນີ້ ກໍ່ເປັນ 1 ໃນບັນດານະໂຍບາຍຕ່າງໆ ຂອງ ບໍລິສັດ.
ນອກຈາກກິດຈະກໍາການແຂ່ງຂັນແລ້ວ ທາງເຮົາຍັງມີການແຈກເຂົ້າໜົມ, ນົມ ໃຫ້ແກ່ນ້ອງໆທີ່ເຂົ້າຮ່ວມງານໃນມື້ນີ້ ແລະ ກິດຈະກໍາອື່ນໆອີກຫຼາກຫຼາຍ.