ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ PERMA ຈໍາກັດ ມອບໂຊກໃຫ້ລູກຄ້າຄັ້ງທີ 2
01-01-1970 2463, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

       ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ PERMA ຈໍາກັດ ເຊິ່ງເປັນຜູ້ສະໜອງທີ່ຜະລິດສິນຄ້າພາຍໃຕ້ແບຣນ Sekure ປະກອບມີ: ລູກບິດປະຕູ, ບັນພັບປະຕູ ໄດ້ຈັບສະຫຼາກແຈກໂຊກເພື່ອເປັນການຄືນກໍາໄລໃຫ້ລູກຄ້າທີ່ມາຊື້ຜະລິດຕະພັນຂອງ Sekure ຢູ່ທີ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ. ໃນວັນທີ 10/12/2016 ໄດ້ມີການຈັບສະຫຼາກມອບໂຊກຄືນກໍາໄລໃຫ້ແກ່ລູກຄ້າເປັນຄັ້ງທີ 2 ຢູ່ທີ່ຫ້ອງຂາຍ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ສາຂາ ໂພນຕ້ອງ. ( ການເປີດຮັບຄູ່ປອງແມ່ນເລີ່ມຕັ້ງແຕ່ ວັນທີ 01/09/2016 ຈົນເຖິງ ວັນທີ 30/11/2016 ) ທີ່ຜ່ານມາ.

ເພື່ອເປັນການສົມມະນາຄຸນລູກຄ້າທີ່ສະໜັບສະໜູນສິນຄ້າ Sekure ເປັນຢ່າງດີຕະຫຼອດມາ ການມອບໂຊກຄັ້ງນີ້ ລວມທັງໝົດມີ 3 ລາງວັນຄື:

  - ລາງວັນທີ 1: ສາຍຄໍທອງຄໍາ 1 ສະຫຼຶງ ຈໍານວນ 2 ເສັ້ນ (ລູກຄ້າ 1 ເສັ້ນ ແລະ ພະນັກງານຂາຍ 1 ເສັ້ນ)

  - ລາງວັນທີ 2: ໝໍ້ຫຸງເຂົ້າ 1 ໜ່ວຍ ຈໍານວນ 2 ລາງວັນ

  - ລາງວັນທີ 3: ພັດລົມ HITACHI 1 ໜ່ວຍ ຈໍານວນ 2 ລາງວັນ

ລູກຄ້າຜູ້ໂຊກດີທີ່ໄດ້ຮັບ ລາງວັນທີ 1:  ສາຍຄໍທອງຄໍາ 1 ສະຫຼຶງ ຈໍານວນ 2 ເສັ້ນ (ລູກຄ້າ 1 ເສັ້ນ ແລະ ພະນັກງານຂາຍ 1 ເສັ້ນ)ໄດ້ແກ່:

    ລູກຄ້າຜູ້ໂຊກດີ:  ທ່ານ ເພັດ, ເບີໂທ: 020 2200 7xxx      

    ພະນັກງານຂາຍຜູ້ໂຊກດີ: ນາງ ຕຸກຕິກ PC (ສາຂາໂພນຕ້ອງ)

ລູກຄ້າຜູ້ໂຊກດີທີ່ໄດ້ຮັບ ລາງວັນທີ 2: ໝໍ້ຫຸງເຂົ້າ 2 ລາງວັນ 1 ໜ່ວຍ ໄດ້ແກ່:

    ລູກຄ້າຜູ້ໂຊກດີ: 1. ທ່ານ ທົງສະຫວັດ, ເບີໂທ: 020 5540 0XXX

                 2. ທ່ານ ບົວ, ເບິໂທ: 020 5533 9XXX

ລູກຄ້າຜູ້ໂຊກດີທີ່ໄດ້ຮັບ ລາງວັນທີ 3: HITACHI 2 ລາງວັນ 1 ໜ່ວຍ ໄດ້ແກ່:

    ລູກຄ້າຜູ້ໂຊກດີ: 1. ທ່ານ ເອ ບ້ານຫ້ອມ,​ ເບີໂທ: 020 2982 2XXX

         2. ທ່ານ ຣອງ, ເບີໂທ: 030 5338XXX

Other News