ໂຄງການ
01-01-1970 1878, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

    ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ ຂົນສົ່ງ ສະດາທອງ
ຮ່ວມໃຈ ລົງມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກ, ຜ້າຫົ່ມກັນໜາວ ແລະ ອຸປະກອນການສືກສາ

ວັນທີ 26-28/02/2019 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ

ນໍາໂດຍ ທ່ານ ກົດສະດາ ສຸຄະບັນດິດ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ

ພ້ອມດ້ວຍ ພະນັກງານ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ
ລົງມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກ, ຜ້າຫົ່ມກັນໜາວ ແລະ ອຸປະກອນການສືກສາ ໃຫ້ແກ່ປະຊາຊົນທີ່ທຸກຍາກ

ເຂດ ເມືອງ ໄຊຈໍາພອນ, ແຂວງ ບໍລິຄໍາໄຊ ລວມທັງໝົດຈໍານວນ 195 ຄອບຄົວ
ໄດ້ແກ່: ບ້ານ ສົບຂອນ, ບ້ານ ເມືອງຈໍາ, ບ້ານ ໂພນເມືອງ
ເມືອງ ໄຊຈໍາພອນ, ແຂວງ ບໍລິຄໍາໄຊ ລວມທັງໝົດ 195 ຄອບຄົວ

     ພິທີການຕ້ອນຮັບ ແລະ ຕາງໜ້າຮັບເຄື່ອງຊ່ວຍເຫຼືອກ່ອນທີ່ຈະລົງໄປມອບໃຫ້ປະຊາຊົນ
ໂດຍ ທ່ານ ສ້ອຍມະນີ ຈັນເນັ່ງປ່າວ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດ

ພ້ອມດ້ວຍ ຄະນະ ຫ້ອງການຊາວໝຸ່ມເມືອງ, ຫ້ອງການແຮງງານ ແລະສະຫວັດດີການ ສັງຄົມ, ຫ້ອງວ່າການເມືອງ ແລະ ຮາກຖານຊາວໝຸ່ມຫ້ອງວ່າການ

     ສະພາບການເດີນທາງ ກ່ອນທີ່ຈະມາເຖິງເມືອງໄຊຈໍາພອນ ແມ່ນມີຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກສະພາບເສັ້ນທາງເປັນທາງພູ ຄ້ອຍຊັນ ແລະ ໃນຍາມຝົນແມ່ນຈະເດີນທາງລໍາບາກ ຫຼື ບໍ່ສາມາດເຂ້າເຖິງໄດ້ເລີຍ, ໄລຍະທາງຕະຫຼອດການເດີນທາງ ແມ່ນມີອຸປະສັກຫຼາກຫຼາຍຢ່າງຂວາງໜ້າ ຂໍແນະນໍາວ່າ ຕ້ອງເປັນລົດທີ່ມີຄວາມແຮງລະບົບ ໂຟວິນ ເທົ່ານັ້ນ ຈຶ່ງສາມາດເຂົ້າໄປເຖິງບ້ານໄດ້ ເພາະຕ້ອງຂື້ນພູລົງຜາ ແລະ ຂ້າມນໍ້າ ຈຶ່ງຈະຮອດຈຸດໝາຍ

     ການລົງມອບເຄື່ອງຊ່ວຍເຫຼືອ ໝູ່ບ້ານທີ 1: ບ້ານ ສົບຂອນ ເມືອງ ໄຊຈໍາພອນ, ແຂວງ ບໍລິຄໍາໄຊ
ພາລະກິດກາລົງມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ ບ້ານ ສົບຂອນ ຈໍານວນ 58 ຄອບຄົວ

     ການມອບເຄື່ອງຊ່ວຍເຫຼືອແມ່ນ
ມອບໂດຍ ທ່ານ ກົດສະດາ ສຸຄະບັນດິດ
ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ
ແລະ ຕາງໜ້າຮັບໂດຍ ນາຍບບ້ານ ບ້ານ ສົບຂອນ ພ້ອມດ້ວຍພໍ່ແມ່ພີ່ນ້ອງປະຊາຊົນ ບ້ານ ສົບຂອນ

     ການລົງມອບເຄື່ອງຊ່ວຍເຫຼືອ ໝູ່ບ້ານທີ 1: ບ້ານ ເມືອງຈໍາ ເມືອງ ໄຊຈໍາພອນ, ແຂວງ ບໍລິຄໍາໄຊ 
ພາລະກິດກາລົງມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ ບ້ານ ເມືອງຈໍາ
ຈໍານວນ 75 ຄອບຄົວ

     ການມອບເຄື່ອງຊ່ວຍເຫຼືອແມ່ນ
ມອບໂດຍ ທ່ານ ກົດສະດາ ສຸຄະບັນດິດ
ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ
ແລະ ຕາງໜ້າຮັບໂດຍ ນາຍບບ້ານ ບ້ານ ສົບຂອນ ພ້ອມດ້ວຍພໍ່ແມ່ພີ່ນ້ອງປະຊາຊົນ ບ້ານ ເມືອງຈໍາ
 
 
     ການລົງມອບເຄື່ອງຊ່ວຍເຫຼືອ ໝູ່ບ້ານທີ 1: ບ້ານ ໂພນເມືອງ ເມືອງ ໄຊຈໍາພອນ, ແຂວງ ບໍລິຄໍາໄຊ 
ພາລະກິດກາລົງມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ ບ້ານ ໂພນເມືອງ
ຈໍານວນ 62 ຄອບຄົວ
 
  
  ການມອບເຄື່ອງຊ່ວຍເຫຼືອແມ່ນ
ມອບໂດຍ ທ່ານ ກົດສະດາ ສຸຄະບັນດິດ
ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ
ແລະ ຕາງໜ້າຮັບໂດຍ ນາຍບບ້ານ ບ້ານ ສົບຂອນ ພ້ອມດ້ວຍພໍ່ແມ່ພີ່ນ້ອງປະຊາຊົນ ບ້ານ ໂພນເມືອງ
 
Other News