ສຸວັນນີ ໂຮມເຊັນເຕີ ເຂົ້າຮ່ວມງານ ເປີດໂລກແຫ່ງການລົງທຶນປະຈຳປີ 2018
01-01-1970 2129, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

     ວັນທີ 03 ແລະ 04 ພະຈິກ 2018 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ເຂົ້າຮ່ວມ ງານເປີດໂລກແຫ່ງການລົງທຶນ ປະຈຳປີ 2018 (Investment Gateway 2018 ) ພາຍໃຕ້ຫົວຂໍ້: “ປັບໂລກະທັດໃໝ່ເພື່ອເຕີບໃຫ່ຍໃນຕະຫຼາດທຶນ”  ທີ່ສູນການຄ້າ ວຽງຈັນເຊັນເຕີ.

      ໂດຍການຈັດຂຶ້ນພາຍໃຕ້ການຮ່ວມມືລະຫວ່າງ ຕະຫຼາດຫຼັກຊັບລາວ(ຕລຊລ), ທະນາຄານແຫ່ງສປປ ລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ບໍລິິສັດຈົດທະບຽນ, ບໍລິສັດຫຼັກຊັບ, ບໍລິສັດກວດສອບ, ບໍລິສັດທີ່ປຶກສາທາງດ້ານກົດໝາຍ ແລະ ບັນດາບໍລິສັດເປົ້າໝາຍກຽມເຂົ້າຈົດທະບຽນ ຫຼາຍກວ່າ 17 ບໍລິສັດ.

     ພາຍໃນງານຈະປະກອບມີການສຳມະນາຈາກຜູ້ທີ່ມີປະສົບການສູງດ້ານວຽກງານຫຼັກຊັບຈາກທັງພາຍໃນ ແລະ ຕ່າງປະເທດ ເພື່ອເປີດໂອກາດໃຫ້ເເກ່ຫົວໜ່ວຍທຸລະກິດ ລວມທັງນັກລົງທຶນ ເເລະ ມວນຊົນທົ່ວໄປ ໄດ້ສຶກສາແນວຄິດໃໝ່ໆເພື່ອການລົງທຶນແບບມືອາຊີບໃຫ້ທັນກັບຍຸກທີ່ມີການຂະຫຍາຍຕົວໃນປັດຈຸບັນ.

ສຸວັັນນີ ໂຮມເຊັນເຕີ ຈິນຕະນາການທີ່ເປັນໄປໄດ້.

ຂ່າວສານອື່ນໆ