“ໃຫ້ນ້ຳ ໃຫ້ກຳລັງໃຈ”
30-04-2021 1124, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

“ໃຫ້ນ້ຳ ໃຫ້ກຳລັງໃຈ”

      ຈາກການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ທີ່ມື້ນັບຮຸນແຮງຂຶ້ນ ໃນປັດຈຸບັນນີ້ ລັດຖະບານ ແລະ ແພດໝໍ  ໄດ້ເອົາໃຈໃສ່ໃນການຊ່ວຍເຫຼືອປະຊາຊົນຜ່ານພົ້ນຈາກວິກິດການນີ້ ດ້ວຍການທຸມເຮື່ອເທແຮງ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ບໍ່ວ່າຈະເປັນການດົນນາລົງເລື່ອງການປ້ອງກັນ, ການສັກຢາປ້ອງກັນ, ການເກັບກຳຕົວຢ່າງ, ການກວດຫາເຊື້ອພະຍາດ ລວມເຖິງການຮັກສາພໍ່ແມ່ປະຊາຊົນທີ່່ຕິດເຊື້ອ ແລະ ປິ່ນປົວທົ່ວໄປ ເຮັດໃຫ້ການເຮັດວຽກຂອງແພດໝໍເພີ່ມຂື້ນເປັນຫຼາຍເທົ່າ

      ດັ່ງນັ້ນ, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຂອງພວກເຮົາຂໍເປັນສ່ວນໜຶ່ງໃນການເສີມສ້າງກຳລັງໃຈໃຫ້ກັບ ພະນັກງານແພດໝໍທຸກທ່ານ ທີ່ທຸມເຮື່ອເທແຮງເພື່ອປະເທດຊາດ ກໍຄືປະຊາຊົນລາວ ໃນການຕ້ານ ແລະ ສະກັດກັ້ນ ກັບເຊື້ອພະຍາດໂຄວິດ-19 ໃນຄັ້ງນີ້, ບໍລິສັດຂອງພວກເຮົາ ໄດ້ປະກອບສ່ວນສະໜັບສະໜູນນໍ້າດື່ມໃຫ້ກັບບັນດາໂຮງໝໍຕ່າງໆ ທັງພາຍໃນນະຄອນຫລວງ ແລະ ຕ່າງແຂວງ 12 ແຫ່ງ ລວມມູນຄ່າ 9,840,000 ກີບ
      ນອກນັ້ນ, ສຸວັນນີ ຍັງສືບຕໍ່ ສະໜັບສະໜູນ ການແບ່ງປັນນ້ຳໃຈ ແລະ ເປັນກຳລັງໃຈໃຫ້ກັບທຸກໆພາກສ່ວນ ຂ້າມຜ່ານວິກິດການນີ້ໄປພ້ອມໆໃຫ້ໄດ້.

 1122   1122

           2233

ຮູບບັນຍາກາດການກະກຽມນໍ້າດື່ມໃນການສະໜັບສະໜູນບັນດາໂຮງໝໍຕ່າງໆ

 

2244

ຮູບພາບບັນຍາກາດໃນການສະໜັບສະໜູນນ້ຳດື່ມ ຢູ່ທີ່ ໂຮງໝໍ ມິດຕະພາບ

 

  3344ຮູບພາບການ ສະໜັບສະໜູນນ້ຳດື່ມໃຫ້ກັບໂຮງໝໍ 103

 

5 ເມສາ

ຮູບພາບການ ສະໜັບສະໜູນນ້ຳດື່ມໃຫ້ກັບໂຮງໝໍ 5 ເມສາ

 

file_2

ຮູບພາບບັນຍາກາດໃນການສະໜັບສະໜູນນ້ຳດື່ມ ຢູ່ທີ່ ໂຮງໝໍ ເສດຖາ

file

ຮູບພາບບັນຍາກາດໃນການສະໜັບສະໜູນນ້ຳດື່ມ ຢູ່ທີ່ ໂຮງໝໍ ມະໂຫສົດ

file_6

ຮູບພາບບັນຍາກາດໃນການສະໜັບສະໜູນນ້ຳດື່ມ ຢູ່ທີ່ ໂຮງໝໍເມືອງ ຈັນທະບູລີ

 

file_4

ຮູບພາບບັນຍາກາດໃນການສະໜັບສະໜູນນ້ຳດື່ມ ຢູ່ທີ່ ໂຮງໝໍເມືອງ ໄຊເສດຖາ

 

file_3

ຮູບພາບບັນຍາກາດໃນການສະໜັບສະໜູນນ້ຳດື່ມ ຢູ່ທີ່ ໂຮງໝໍເມືອງ ສີໂຄດຕະບອງ

 

ເມືອງໄຊທານີ

ຮູບພາບບັນຍາກາດໃນການສະໜັບສະໜູນນ້ຳດື່ມ ຢູ່ທີ່ ໂຮງໝໍເມືອງ ໄຊທານີ

 

ເມືອງສີສັດຕະນາກ

ຮູບພາບບັນຍາກາດໃນການສະໜັບສະໜູນນ້ຳດື່ມ ຢູ່ທີ່ ໂຮງໝໍເມືອງ ສີສັດຕະນາກ

 

file_7

ຮູບພາບການ ສະໜັບສະໜູນນ້ຳດື່ມໃຫ້ກັບໂຮງໝໍແຂວງ ແຂວງບໍລິຄຳໄຊ

 

file_5

 ຮູບພາບການ ສະໜັບສະໜູນນ້ຳດື່ມໃຫ້ກັບໂຮງໝໍແຂວງ ແຂວງຄຳມ່ວນ.

 

ຂ່າວສານອື່ນໆ