ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ ທີໂອເອ ເພັນ (ປະເທດລາວ) ຈໍາກັດ ຈັດກິດຈະກໍາ ''ໂຄງການ: ແຕ້ມສີ ເຕີມຝັນ ໃຫ້ນ້ອງ'' ຄັ້ງທີ 3
01-01-1970 2339, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

          ວັນທີ 11/05/2019 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ ທີໂອເອ ເພັນ (ປະເທດລາວ) ຈໍາກັດ

ມອບສີ ແລະ ອຸປະກອນທາສີ ໃຫ້ໂຮງຮຽນ ປະຖົມສົມບູນ ບ້ານດຸງໃຫຍ່, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ໂດຍປະກອບມີ (ສີ TOA ຈໍານວນ 20 ຖັງ ແລະ ອຸປະກອນທາສີຈໍານວນ 20 ອັນ ) ລວມມູນຄ່າ 8,000,000 ກີບ

         ເຊິ່ງຕາງໜ້າມອບໂດຍ ທ່ານ ມະໂນເດັດ ລັດຕະນະວົງ ຜູ້ຈັດການ ສາຂາ ໂຊກໃຫຍ່ ພ້ອມດ້ວຍພະນັກງານ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ

ໂດຍກິດຈະກໍາໃນຄັ້ງນີ້ ໄດ້ຈັດຂື້ນເປັນຄັ້ງທີ 3 ເພື່ອເປັນການສ້າງສິສັນໃຫ້ແກ່ໂຮງຮຽນ ແລະ ສ້າງຄວາມສຸກໃຫ້ແກ່ນ້ອງນັກຮຽນ

ແລະ ມີທາງພະນັກງານ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາາຊົນ ແລະ ຄູອາຈານ ພ້ອມດ້ວຍ ນ້ອງໆນັກຮຽນຊັ້ນປະຖົມ ປໍ 1 ເຖິງ ປໍ 5

ກໍໄດ້ເຂົ້າຮ່ວມກິດຈະກໍາ ຮ່ວມກັນທາສີຫ້ອງຮຽນ ດ້ວຍຄວາມສາມັກຄີເພື່ອໃຫ້ໂຮງຮຽນມີຄວາມສວຍງາມ

ໂດຍ ກິດຈະກໍາດີໆແບບນີ້ຈະຈະຂື້ນເລື້ອຍໆ ແລະ ຕໍ່ໆໄປ

ສຸວັນນີ ໂຮມເຊັນເຕີ ສ້າງສີສັນໃຫ້ແກ່ສັງຄົມ.

Other News