
✨ໃນວັນທີ 04/06/2019 ທີ່ຜ່ານມາ✨
ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ
ໄດ້ຈັດກິດຈະກໍາ ຮ່ວມໃຈ ບໍລິຈາກເລືອດ
ເນື່ອງໃນໂອກາດຕ້ອນຮັບ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ
ເຊິ່ງການບໍລິຈາກເລືອດໃນຄັ້ງນີ້ ໄດ້ຈັດຂື້ນຢູ່ທີ່ ສຸວັນນີ ໂຮມເຊັນເຕີ
- ສໍານັກງານໃຫຍ່✔️
- ສາຂາ ໂພນຕ້ອງ✔️
- ສາຂາ ສີໄຄ✔️
- ສາຂາ ປາກເຊ✔️
ນໍາພາໂດຍ ທ່ານ ວັດດານາ ສຸຄະບັນດິດ
ຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ
ພ້ອມດ້ວຍ ພະນັກງານຂອງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ
ກິດຈະກໍາດີໆແບບນີ້, ແມ່ນໄດ້ມີການຈັດຂື້ນຢູ່ເລື້ອຍໆ
ເພື່ອເປັນການການຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງເພື່ອນມະນຸດ
ທີ່ມີຄວາມຈໍາເປັນຕ້ອງການນໍາໃຊ້ເລືອດ
ຜູ້ໃຫ້ດ້ວຍຄວາມສະໝັກໃຈທີ່ສະແດງໃຫ້ເຫັນເຖິງນໍ້າໃຈຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ
ເຊິ່ງພວກເຮົາຫວັງວ່າເລືອດທີ່ບໍລິຈາກໄປນັ້ນຈະມີປະໂຫຍດໃນເວລາຂາດແຄນເລືອດ
ແລະ ເຫດສຸກເສີນຕ່າງໆໄດ້ເປັນຢ່າງດີ
ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຈະເຕີບໃຫຍ່ຂະຫຍາຍຕົວ ແລະ ຢູ່ຄຽງຂ້າງກັບສັງຄົມລາວຕະຫຼອດໄປ