ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຕ້ອນຮັບ ຄະນະຜູ້ບໍລິຫານ ຈາກຮ້ານ ຕົວແທນຈໍາໜ່າຍ ເອສ ຊີ ຈີ (SCG) ມາຢ້ຽມຊົມຮ້ານ ວັນທີ 15/02/2019
01-01-1970
2904,
ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

ໃນວັນທີ 15/02/2019 ຄະນະຜູ້ບໍລິຫານ ຈາກຮ້ານ ຕົວແທນຈໍາໜ່າຍ ເອສ ຊີ ຈີ (SCG) ໄດ້ເຂົ້າມາຢ້ຽມຊົມ ຫ້ອງຂາຍ ສຸວັນນີ ໂຮມເຊັນເຕີ ສາຂາ ໂຊກໃຫຍ່.
ການມາຢ້ຽມຊົມໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຈາກຄະນະຜູ້ບໍລິຫານຂອງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ເຊິ່ງນໍາໂດຍ ທ່ານ ວັດດານາ ສຸຄະບັນດິດ ຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ, ທ່ານ ພັນໂນລາ ສຸຄະບັນດິດ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ, ທ່ານ ກົດສະດາ ສຸຄະບັນດິດ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ແລະ ພະນັກງານ ສຸວັນນີ ໂຮມເຊັນເຕີ ສາຂາ ໂຊກໃຫຍ່ ດ້ວຍບັນຍາກາດທີເຕັມໄປດ້ວຍຄວາມອົບອຸ່ນ ແລະ ເປັນກັນເອງ, ການຢ້ຽມຊົມຄັ້ງນີ້ ເພື່ອເປັນການມາຢ້ຽມຢາມ ແລະ ເລາະຊົມສິນຄ້າທີ່ມີຂາຍຢູ່ທີ່ຫ້ອງຂາຍ ສຸວັນນີ ໂຮມເຊັນເຕີ ດ້ວຍສິນຄ້າທີ່ມີຄວາມຫຼາກຫຼາຍ ແລະ ບັນຍາກາດທີ່ສວຍງານພາຍໃນຮ້ານ.
ຂ່າວສານແນະນໍາ
ຂ່າວສານອື່ນໆ