“ຮູ້ ຫຼື ບໍ່ ເປັນຫຍັງຕ້ອງມີວັນເດັກນ້ອຍສາກົນ”❓
01-06-2021 1617, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

“ຮູ້ ຫຼື ບໍ່ ເປັນຫຍັງຕ້ອງມີວັນເດັກນ້ອຍສາກົນ”❓

#ວັນເດັກນ້ອຍສາກົນ ເກີດຂຶ້ນເມື່ອປີ 1924 ໂດຍອົງການສະຫະປະຊາຊາດ ເພື່ອໃຫ້ເຫັນເຖິງຄວາມສໍາຄັນຂອງເດັກຫຼາຍຂຶ້ນ ແລະ ໄດ້ຮັບການຕອບຮັບຈາກປະເທດຕ່າງໆທົ່ວໂລກ, ເຊິ່ງແຕ່ລະປະເທດ ກຳນົດວັນສະເຫຼີມສະຫຼອງທີ່ແຕກຕ່າງກັນໄປ. ສຳລັບປະເທດລາວເຮົາແມ່ນຖືເອົາວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ
👉ຈຸດປະສົງການຈັດງານວັນເດັກນ້ອຍ
- ເພື່ອໃຫ້ເຫັນເຖິງຄວາມສໍາຄັນຂອງເດັກ;
- ເພື່ອໃຫ້ເດັກ ແລະ ເຍົາວະຊົນ ຮູ້ຈັກສິດ, ໜ້າທີ່ຂອງຕົນ ແລະ ຢູ່ໃນລະບຽບວິໃນ;
- ເພື່ອເຜີຍແຜ່ຖະແຫຼງການສາກົນວ່າດ້ວຍສິດທິເດັກ.
    ສຳລັບກິດຈະກຳທີ່ຈັດຂຶ້ນເພື່ອເປັນການຕ້ອນຮັບວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະກອບດ້ວຍ ການເປີດພິພິຕະພັນຕ່າງໆ ໃຫ້ເດັກເຂົ້າຊົມ ແລະ ສຶກສາ, ການຈັດງານສະແດງ, ແຈກຂອງຂວັນຕ່າງໆ ລວມເຖິງການປູກຕົ້ນໄມ້.
👨‍👩‍👦‍👦“ຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ”👨‍👩‍👧‍👦
55
ຂ່າວສານອື່ນໆ